ສີລັງກາ ກຳລັງປະເຊີນກັບການຂາດແຄນນ້ຳມັນເຊື້ອໄຟຢ່າງໜັກໜ່ວງ

142

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 17 ພຶດສະພາ 2022 ວ່າ ທ່ານ ຣານີລ ວິກຣາມາ ສິງເຫ ນາຍົກລັດຖະມົນຕີຂອງສີລັງກາຖະແຫຼງວ່າ

ນ້ຳມັນເຊື້ອໄຟໃນຄັງສຳຮອງຂອງປະເທດໃກ້ຈະໝົດແລ້ວ, ພ້ອມເຕືອນວ່າປະຊາຊົນສີລັງກາ ຕ້ອງດຳລົງຊີວິດດ້ວຍຄວາມຍາກລຳບາກໄປອີກຫຼາຍເດືອນ ກ່ອນສະຖານະການຈະລົງສູ່ຈຸດຕ່ຳສຸດ ແລ້ວຫຼັງຈາກນັ້ນຈະຄ່ອຍໆດີຂຶ້ນ.

ນາຍົກລັດຖະມົນຕີສີລັງກາ ກ່າວອີກວ່າ: ຄັງແຮສຳຮອງເງິນຕາຕ່າງປະເທດຈາກທີ່ເຄີຍມີສູງເຖິງ 7.500 ລ້ານໂດລາສະຫະລັດ ເມື່ອປີ 2019 ແຕ່ຂະນະນີ້ໃກ້ຈະໝົດແລ້ວ, ແນວໃດກໍຕາມ ລັດຖະບານຈະພະຍາຍາມລະດົມທຶນຈາກຕ່າງປະເທດໃຫ້ໄດ້ຢ່າງໜ້ອຍ 75 ລ້ານໂດລາສະຫະລັດ ພາຍໃນອີກບໍ່ເທົ່າໃດວັນຂ້າງໜ້ານີ້ ເພື່ອຮັກສາສະພາບຄ່ອງ ລວມທັງນຳມາຊຳລະຄ່າພະລັງງານລ່ວງໜ້າ ເນື່ອງຈາກຂະນະນີ້ ລັດຖະບານໄດ້ສັ່ງຕັດໄຟຟ້າ 15 ຊົ່ວໂມງຕໍ່ວັນ, ຊຳລະຄ່າສິນຄ້າຈຳເປັນ ລວມທັງຢາປົວພະຍາດຕື່ມອີກ.

ນາຍົກລັດຖະມົນຕີສີລັງກາ ກ່າວອີກວ່າ: ລັດຖະບານຈະປັບປຸງລັດວິສາຫະກິດ ໂດຍສະເພາະສາຍການບິນສີລັງກາ ແອລາຍ ເຊິ່ງເປັນສາຍການບິນແຫ່ງຊາດ, ນອກຈາກນີ້ ຍັງຈະຕ້ອງສະເໜີໃຫ້ສະພາ ອະນຸມັດອອກກາສານໜີ້ໄລຍະສັ້ນອາຍຸບໍ່ເກີນ 1 ປີ ຈາກ 3 ລ້ານລ້ານຣູປີ ສີລັງກາ ມາເປັນ 4 ລ້ານລ້ານຣູປີ.

ຂະນະນີ້ ສີລັງກາ ກຳລັງປະເຊີນກັບວິກິດເສດຖະກິດຄັ້ງຮຸນແຮງທີ່ສຸດ ນັບແຕ່ໄດ້ຮັບເອກະລາດມາຈາກສະຫະຣາຊະອານາຈັກໃນປີ 1948 ເປັນຕົ້ນມາ.