ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຈັດກອງປະຊຸມສະເພາະ ເພື່ອຊຸກຍູ້ເສດຖະກິດດີຈີຕອນ ໃຫ້ພັດທະນາຢ່າງຕໍ່ເນື່ອງ ແລະ ປອດໃສ

132

ຕາມຂ່າວຊີອາໄອ ລາຍງານວ່າ: ວັນທີ 17 ພຶດສະພານີ້, ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ໄດ້ຈັດກອງປະຊຸມສະເພາະ ເພື່ອປຶກສາຫາລືກ່ຽວກັບການຊຸກຍູ້ເສດຖະກິດດີຈີຕອນໃຫ້ພັດທະນາຢ່າງຕໍ່ເນື່ອງ ແລະ ປອດໃສ.

ສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ເກືອບ 100 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມ, ມີສະມາຊິກສະພາ, ຜູ້ຊ່ຽວຊານ 29 ທ່ານ ໄດ້ປະກອບຄຳເຫັນ, ສະມາຊິກສະພາ 140 ກວ່າທ່ານ ໄດ້ປະກອບຄຳເຫັນຜ່ານເວທີທາງອິນເຕີເນັດ ສຳລັບການປະຕິບັດໜ້າທີ່ຕຳແໜ່ງຂອງສະມາຊິກສະພາ.

ບັນດາສະມາຊິກສະພາເຫັນວ່າ: ຈີນມີຖານະໝັ້ນຄົງໃນການເປັນປະເທດໃຫຍ່ດ້ານການພັດທະນາເສດຖະກິດດີຈີຕອນ, ມີອະນາຄົດການພັດທະນາທີ່ກວ້າງຂວາງ, ຄວນເສີມຂະຫຍາຍທ່າແຮງດ້ານລະບອບ ເພື່ອເຕົ້າໂຮມກຳລັງແຮງທົ່ວປະເທດເຂົ້າໃນການພັດທະນາວຽກງານຕ່າງໆ ແລະ ເສີມຂະຫຍາຍທ່າແຮງທີ່ມີຕະຫຼາດຂະໜາດໃຫຍ່ທີ່ສຸດ, ເພີ່ມທະວີການພັດທະນາເຕັກນິກຂໍກຸນແຈທີ່ສຳຄັນແບບບຸກທະລຸ, ຄວ້າເອົາສິດເປັນເຈົ້າຕົນເອງ ໃນການພັດທະນາເສດຖະກິດດີຈີຕອນໄວ້ໃນກຳມືຂອງຕົນ.

ຄວນຊຸກຍູ້ໃຫ້ເສດຖະກິດດີຈີຕອນ ແລະ ເສດຖະກິດຮູບປະທຳເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຊັກຈູງໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫັນເປັນດີຈີຕອນ, ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານການພັດທະນາອິນເຕີເນັດອຸດສາຫະກຳຢ່າງເຕັມສ່ວນ, ຄວນກຳນົດແຈ້ງກ່ຽວກັບກຳມະສິດ, ສິດນຳໃຊ້, ສິດດຳເນີນທຸລະກິດ, ສິດໄດ້ຮັບຜົນປະໂຫຍດ ແລະ ສິດອື່ນໆ ກ່ຽວກັບຂໍ້ມູນ, ກະຕຸ້ນຄວາມມີຊີວິດຊີວາດ້ານການປະດິດສ້າງຂອງວິສາຫະກິດບົນພື້ນຖານຮັບປະກັນຄວາມປອດໄພຂອງເຄືອຂ່າຍອິນເຕີເນັດ ແລະ ຂໍ້ມູນຂອງຊາດ. ຄວນສົ່ງເສີມການຮ່ວມມືສາກົນດ້ານເສດຖະກິດດີຈີຕອນ, ຕັ້ງໜ້າເຂົ້າຮ່ວມຂະບວນການຄຸ້ມຄອງດີຈີຕອນຂອງໂລກ.