ລາຄາອາຫານໂລກ ອາດເພີ່ມຂຶ້ນອີກ ເມື່ອອິນເດຍຫ້າມສົ່ງອອກເຂົ້າສາລີ

73

ສຳນັກຂ່າວບລູມເບີກລາຍງານວ່າ ລັດຖະບານອິນເດຍ ໄດ້ອອກແຈ້ງການຫ້າມສົ່ງອອກເຂົ້າສາລີ ໂດຍມີຜົນຕັ້ງແຕ່ທ້າຍອາທິດຜ່ານມາ ຫຼັງຈາກຄັງແຮເຂົ້າສາລີຂອງອິນເດຍຫຼຸດລົງ ແລະ ມີທ່າອ່ຽງວ່າຈະຂາດແຄນ ຫາກຍັງສືບຕໍ່ສົ່ງອອກອີກ.

ລາຍງານລະບຸວ່າ: ອິນເດຍ ໃນຖານະຜູ້ຜະລິດເຂົ້າສາລີລາຍໃຫຍ່ອັນດັບ 2 ຂອງໂລກ ພະຍາຍາມຄວບຄຸມລາຄາເຂົ້າສາລີພາຍໃນປະເທດ ເມື່ອຄັງແຮເລີ່ມຫຼຸດລົງ, ລັດຖະບານອິນເດຍລະບຸວ່າ ການສົ່ງອອກເຂົ້າສາລີຈະອະນຸຍາດໃຫ້ສະເພາະຜູ້ທີ່ມີໃບຢັ້ງຢືນການຊຳລະເງິນຜ່ານທະນາຄານ ( letters of credit – L/C ) ແລ້ວເທົ່ານັ້ນ.

ທັງນີ້, ຫຼັງຈາກທີ່ເກີດຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ໄດ້ເຮັດໃຫ້ການສົ່ງອອກເຂົ້າສາລີໃນເຂດທະເລດຳຫຼຸດລົງ ເຮັດໃຫ້ຜູ້ຊື້ທົ່ວໂລກຕ່າງກໍຫັນມາຊື້ເຂົ້າສາລີຈາກອິນເດຍ ເຮັດໃຫ້ລາຄາເຂົ້າສາລີໃນອິນເດຍ ເພີ່ມຂຶ້ນ 15 – 20%, ໃນຂະນະທີ່ລາຄາເຂົ້າສາລີໃນຕະຫຼາດໂລກເພີ່ມຂຶ້ນສູງສຸດໃນຮອບ 14 ປີ.

ການຫ້າມສົ່ງອອກເຂົ້າສາລີຂອງອິນເດຍ ນອກຈາກຈະເຮັດໃຫ້ລາຄາອາຫານທົ່ວໂລກເພີ່ມຂຶ້ນອີກແລ້ວ ຍັງເຮັດໃຫ້ລາຄາອາຫານສັດກໍມີທ່າອ່ຽງເພີ່ມຂຶ້ນເຊັ່ນດຽວກັນ. ອິນເດຍເປັນປະເທດຫຼ້າສຸດທີ່ຫ້າມສົ່ງອອກອາຫານ, ຫຼັງຈາກກ່ອນໜ້ານີ້ ອິນໂດເນເຊຍ ໄດ້ສັ່ງຫ້າມສົ່ງອອກຜະລິດຕະພັນນ້ຳມັນປາມທຸກຊະນິດ, ກາຊັກສະຖານ ຫ້າມສົ່ງອອກເຂົ້າສາລີ ແລະ ແປ້ງເຂົ້າສາລີ ເຊິ່ງບັນຫາດັ່ງກ່າວຍິ່ງຈະເຮັດໃຫ້ລາຄາອາຫານໂລກເພີ່ມສູງຂຶ້ນ ແລະ ຈະສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນອີກ.