ຊາອຸດິອາຣາມໂຄ ຂຶ້ນເປັນບໍລິສັດທີ່ມີມູນຄ່າຕະຫຼາດສູງສຸດຂອງໂລກ

52

ບໍລິສັດຊາອຸດິອາຣາມໂຄ ເຊິ່ງເປັນບໍລິສັດນ້ຳມັນລາຍໃຫຍ່ຂອງ ຊາອຸດິດ ອາຣັບບີ ໄດ້ກ້າວຂຶ້ນເປັນບໍລິສັດທີ່ມີມູນຄ່າທາງຕະຫຼາດສູງທີ່ສຸດໃນໂລກ ແຊງໜ້າບໍລິສັດແອັບ ເປິ້ລ ອິ້ງ ໃນວັນທີ 11 ພຶດສະພາຜ່ານມາ ໂດຍມູນຄ່າຕະຫຼາດຂອງ ບໍລິສັດ ຊາອຸດິອາຣາມໂຄ ຢູ່ທີ່ 2,43 ລ້ານລ້ານໂດລາ, ຂະນະທີ່ມູນຄ່າທາງຕະຫຼາດຂອງບໍລິສັດແອັບເປິ້ລຫຼຸດລົງຫຼາຍກວ່າ 5% ມາຢູ່ໃນລະດັບ 2,37 ລ້ານລ້ານໂດລາ.

ທັງນີ້, ບໍລິສັດຊາອຸດິອາຣາມໂຄ ໄດ້ປະໂຫຍດຈາກລາຄານ້ຳມັນໃນຕະຫຼາດໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍຫຼ້າສຸດສັນຍານ້ຳມັນດິບ ເວສເທັກຊັສ ( WTI ) ງວດສົ່ງມອບເດືອນມິຖຸນາ ເພີ່ມຂຶ້ນ 6% ປິດທີ່ 105,71 ໂດລາຕໍ່ບາເຣວ.

ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ລາຄາຫຸ້ນຂອງບໍລິສັດຊາອຸດິອາຣາມໂຄ ເພີ່ມຂຶ້ນ 27%. ຂະນະທີ່ຫຸ້ນຂອງບໍລິສັດແອັບເປິ້ລ ຫຼຸດລົງ 5,18% ເນື່ອງຈາກຄວາມກັງວົນທີ່ວ່າ

ທະນາຄານກາງສະຫະລັດ ອາດຈະປັບຂຶ້ນອັດຕາດອກເບ້ຍອີກ ເພື່ອຄວບຄຸມເງິນເຟີ້ ເຊິ່ງໄດ້ສ້າງແຮງກົດດັນຕໍ່ກຸ່ມບໍລິສັດເຕັກໂນໂລຊີທີ່ມີຄວາມອ່ອນໄຫວຕໍ່ອັດຕາດອກເບ້ຍ.