ມາເລເຊຍ ກຽມຫຼຸດພາສີສົ່ງອອກນ້ຳມັນປາມ ບັນເທົາການຂາດແຄນນ້ຳມັນພືດ

121

ສຳນັກຂ່າວຣອຍເຕີ ລາຍງານວ່າ ລັດຖະບານມາເລເຊຍ ກຽມຫຼຸດອັດຕາພາສີການສົ່ງອອກນ້ຳມັນປາມລົງເຄິ່ງໜຶ່ງ ເພື່ອບັນເທົາສະພາວະຂາດແຄນນ້ຳມັນພືດທົ່ວໂລກ ຫວັງຄອງສ່ວນແບ່ງຕະຫຼາດນ້ຳມັນພືດໃນຕະຫຼາດໂລກ.

ທ່ານ ນາງ ຊູໄຣດາ ຄາມາຣຸດດິນ ລັດຖະມົນຕີກະຊວງການເພາະປູກ ແລະ ສິນຄ້າໂພກກະພັນຂອງມາເລເຊຍ ເປີດເຜີຍເມື່ອວັນທີ 10 ພຶດສະພາຜ່ານມາວ່າ: ກະຊວງການເພາະປູກ ແລະ ສິນຄ້າໂພກກະພັນ ໄດ້ສະເໜີເລື່ອງການປັບຫຼຸດພາສີສົ່ງອອກນ້ຳມັນປາມຕໍ່ກະຊວງການເງິນມາເລເຊຍ ແລະ ໄດ້ຈັດຕັ້ງຄະນະກຳມະການເພື່ອພິຈາລະນາລາຍລະອຽດເລື່ອງດັ່ງກ່າວແລ້ວ

ໂດຍຄາດວ່າສາມາດຫຼຸດພາສີສົ່ງອອກໄດ້ເຖິງ 4 – 6% ຈາກ 8% ໃນປັດຈຸບັນ ແຕ່ມີທ່າອ່ຽງວ່າຈະເປັນມາດຕະການຊົ່ວຄາວ ໂດຍຄາດວ່າຈະເລີ່ມຈັດຕັ້ງປະຕິບັດໃນເດືອນມິຖຸນານີ້.

ທັງນີ້, ມາເລເຊຍ ເປັນຜູ້ຜະລິດ ແລະ ສົ່ງອອກນ້ຳມັນປາມລາຍໃຫຍ່ອັນດັບສອງຂອງໂລກ ຮອງຈາກອິນໂດເນເຊຍ ໄດ້ໃຊ້ວິກິດຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ລວມທັງການຫ້າມສົ່ງອອກຜະລິດຕະພັນນ້ຳມັນປາມຂອງອິນໂດເນເຊຍ ຈົນເກີດວິກິດຕ່ອງໂສ້ການສະໜອງຂອງນ້ຳມັນພືດທົ່ວໂລກ ໄດ້ກາຍເປັນໂອກາດດີແກ່ມາເລເຊຍ

ທີ່ພະຍາຍາມຂະຫຍາຍຕະຫຼາດ ຊີງສ່ວນແບ່ງນ້ຳມັນພືດໃນຕະຫຼາດໂລກ ໂດຍສະເພາະຕະຫຼາດເອີຣົບ.