ສິງກະໂປ ຂາດແຄນແຮງງານ ລັດຖະບານຮຽກຮ້ອງໃຫ້ ນຳໃຊ້ແຮງງານພາຍໃນເພີ່ມຂຶ້ນ

81

ຫຼັງຈາກທີ່ລັດຖະບານສິງກະໂປ ຜ່ອນຜັນມາດຕະການຄວບຄຸມໂຄວິດ – 19 ເຮັດໃຫ້ກິດຈະກຳທາງເສດຖະກິດກັບມາຄຶກຄັກອີກຄັ້ງ ແຕ່ກໍຕ້ອງປະເຊີນກັບການຂາດແຄນແຮງງານຕ່າງປະເທດ, ໃນຂະນະທີ່ລັດຖະບານແນະນຳໃຫ້ບັນດາບໍລິສັດນຳໃຊ້ແຮງງານພາຍໃນຫຼາຍຂຶ້ນ.

ທ່ານ ຕັນ ຊື ເຫຼັງ ລັດຖະມົນຕີກະຊວງແຮງງານຂອງສິງກະໂປ ກ່າວຕໍ່ກອງປະຊຸມລັດຖະສະພາສິງກະໂປ ວ່າຫຼັງຈາກຜ່ອນຜັນມາດຕະການຄວບຄຸມໂຄວິດ – 19 ລົງແລ້ວ ບາງຂະແໜງການ ເຊັ່ນ: ການກໍ່ສ້າງມີການຈ້າງແຮງງານຕ່າງປະເທດເພີ່ມຂຶ້ນສູງເຖິງ 90% ຂອງແຮງງານພາກກໍ່ສ້າງກ່ອນເກີດການລະບາດຂອງພະຍາດໂຄວິດ, ຂະນະທີ່ບໍລິສັດທີ່ຂາດແຄນແຮງງານ ຄວນນຳໃຊ້ແຮງງານພາຍໃນເພີ່ມຂຶ້ນ ເພື່ອສ້າງຫຼັກປະກັນໃຫ້ແກ່ບໍລິສັດ.

ລັດຖະມົນຕີກະຊວງແຮງງານສິງກະໂປ ກ່າວອີກວ່າ: ຫຼັງຈາກທີ່ຫຼາຍປະເທດປະກາດເປີດປະເທດ ເຮັດໃຫ້ການເດີນທາງເຂົ້າ – ອອກລະຫວ່າງປະເທດສະດວກຂຶ້ນ ເຊິ່ງຈະເຮັດໃຫ້ແຮງງານຕ່າງປະເທດຫຼັ່ງໄຫຼເຂົ້າສິງກະໂປ ແຕ່ສະພາບການຂອງໂລກມີການປ່ຽນແປງຢ່າງສັບສົນ ບວກກັບສະພາບເສດຖະກິດທົ່ວໂລກ ຈະເຮັດໃຫ້ບໍລິສັດທີ່ເພິ່ງພາແຮງງານຕ່າງປະເທດຫຼາຍເກີນໄປອາດຈະເຮັດໃຫ້ກິດຈະການຢຸດສະງັກກໍເປັນໄດ້.

ກ່ອນໜ້ານີ້ ລັດຖະບານສິງກະໂປ ໄດ້ວາງກົດລະບຽບຢ່າງເຂັ້ມງວດໃນການອະນຸຍາດໃຫ້ແຮງງານຕ່າງປະເທດເຂົ້າມາເຮັດວຽກໃນສິງກະໂປ ເຊິ່ງໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດຕ້ອງປະເຊີນກັບບັນຫາການຂາດແຄນແຮງງານ.