ມາກອສ ຈູເນຍ ຊະນະເລືອກຕັ້ງ ປະທານາທິບໍດີຟີລິບປິນ

84

ຄະນະກຳມະການເລືອກຕັ້ງໄດ້ເປີດເຜີຍຜົນການນັບຄະແນນໃນວັນທີ 10 ພຶດສະພາ 2022 ເຊິ່ງນັບຜ່ານໄປແລ້ວ 90% ປາກົດວ່າ ທ່ານ ເຟີດີນານ ມາກອສ ຈູເນຍ ໄດ້ຮັບຄະແນນສຽງສະໜັບສະໜູນປະມານ 30 ລ້ານສຽງ, ຂະນະທີ່ຄູ່ແຂ່ງຄົນສຳຄັນຢ່າງ ທ່ານ ນາງ ເລນີ ໂຣເບຣໂດ ຮອງປະທານາທິບໍດີຄົນປັດຈຸບັນໄດ້ຄະແນນສຽງສະໜັບສະໜູນປະມານ 14 ລ້ານສຽງ.

ສ່ວນ ທ່ານ ນາງ ຊາຣາ ດູເຕີເຕ-ຄາປີໂອ ລູກສາວຂອງປະທານາທິບໍດີຟີລິບປິນຄົນປັດຈຸບັນ ທີ່ລົງສະໝັກເປັນຮອງປະທານາທິບໍດີ ໄດ້ຄະແນນສຽງສະໜັບສະໜູນຫຼາຍກວ່າ 30 ລ້ານສຽງ, ໃນຂະນະທີ່ປະຊາຊົນຟີລິບປິນອອກມາໃຊ້ສິດເລືອກຕັ້ງກວມເອົາປະມານ 80% ຂອງຜູ້ມີສິດເລືອກຕັ້ງທັງໝົດ.

ຕະຫຼອດໄລຍະເວລາ 3 ເດືອນທີ່ຫາສຽງ, ມາກອສ ຈູເນຍ ໄດ້ຊູນະໂຍບາຍສ້າງຄວາມສາມັກຄີເປັນປຶກແຜ່ນຂອງຄົນພາຍໃນຊາດ ເປັນຫຼັກ ໂດຍນັກວິເຄາະດ້ານການເມືອງຄາດການວ່າ ມາກອສ ຈູເນຍ ອາດຈະສືບຕໍ່ນະໂຍບາຍຂອງທ່ານ ດູເຕີເຕ ເຊິ່ງເປັນປະທານາທິບໍດີຄົນປັດຈຸບັນ ເນື່ອງຈາກ ທ່ານ ດູເຕີເຕ ຍັງໄດ້ຮັບຄວາມນິຍົມສູງຈາກປະຊາຊົນຟີລິບປິນ ແຕ່ບໍ່ສາມາດລົງສະໝັກໄດ້ອີກ

ເນື່ອງຈາກລັດຖະທຳມະນູນຂອງຟີລິບປິນກຳນົດໃຫ້ດຳລົງຕຳແໜ່ງປະທານາທິບໍດີເປັນເວລາ 6 ປີໄດ້ພຽງສະໄໝດຽວ ແລະ ການທີ່ ທ່ານ ມາກອສ ຈູເນຍ ຈັບມືເປັນພັນທະມິດກັບ ລູກສາວຂອງ ດູເຕີເຕ ທີ່ລົງສະໝັກຮອງປະທານາທິບໍດີ ຈຶ່ງມີ ຄວາມເປັນໄປໄດ້ສູງທີ່ຈະສືບຕໍ່ນະໂຍບາຍຂອງລັດຖະບານຊຸດປັດຈຸບັນ.