ຄາດ ມູນຄ່າການຄ້າ ອິນເດຍ – ອາຣັບເອເມເຣັດ ຈະເພີ່ມຂຶ້ນ ຫຼັງເປີດການຄ້າເສລີ

120

ຕາມຂ່າວ CRI ລາຍງານວ່າ ສັນຍາການຄ້າເສລີ ລະຫວ່າງ ອິນເດຍ ແລະ ອາຣັບເອເມເຣັດ ( UAE ) ມີຜົນບັງຄັບໃຊ້ນັບແຕ່ຕົ້ນເດືອນພຶດສະພາ 2022 ເປັນຕົ້ນໄປ ໂດຍຄາດວ່າຈະເຮັດໃຫ້ມູນຄ່າການຄ້າເພີ່ມຂຶ້ນ ເປັນ 100 ຕື້ໂດລາຕໍ່ປີ.

ທ່ານ ຊຸບຣາ ມານຽມ ເຈົ້າໜ້າທີ່ອາວຸໂສຂອງກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ເປີດເຜີຍວ່າ: UAE ເປັນປະເທດທີ່ເສດຖະກິດມີ ຄວາມເຂັ້ມແຂງ ແລະ ເປັນປະເທດທີ່ເຊື່ອມຕໍ່ກັບຕາເວັນອອກກາງ, ອາຟຣິກກາເໜືອ, ອາຊີກາງ ແລະ ອາຟຣິກກາໃຕ້ ທະເລຊາຍຊາຮາຣາ.

ສັນຍາດັ່ງກ່າວຈະມີຜົນດີຕໍ່ 2 ປະເທດ ເຊິ່ງຄາດວ່າຈະຍູ້ມູນຄ່າການຄ້າສອງຝ່າຍຈາກ 60 ຕື້ໂດລາຕໍ່ປີ ໃນປັດຈຸບັນເພີ່ມສູງຂຶ້ນຮອດ 100 ຕື້ໂດລາຕໍ່ປີ ພາຍໃນ 5 ປີຂ້າງໜ້າ.

ພາຍຫຼັງ ອິນເດຍ ແລະ UAE ໄດ້ເຊັນ “ ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານ ”. ຄຽງຄູ່ກັບສັນຍາເລີ່ມມີຜົນບັງຄັບໃຊ້, ສິນຄ້າຈາກ ອິນເດຍ 90% ແລະ ສິນຄ້າ ຈາກ UAE ປະມານ 65% ຈະໄດ້ຮັບການຍົກເວັ້ນພາສີ ເຊິ່ງຈະເຮັດໃຫ້ສິນຄ້າດັ່ງກ່າວຂອງສອງປະເທດເຂົ້າເຖິງຕະຫຼາດງ່າຍຂຶ້ນ.