ມີ 100 ກວ່າບໍລິສັດ ເຂົ້າລົງທຶນໃນເຂດພັດທະນາກວມລວມໄຊເຊດຖາ ດ້ວຍມູນຄ່າການລົງທຶນປະມານ 700 ລ້ານໂດລາ

167

ປັດຈຸບັນເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນມີຫົວໜ່ວຍວິສາຫະກິດທີ່ໄດ້ເຊັນສັນຍາທັງໝົດ 107 ບໍລິສັດໃນການລົງທຶນ ໃນຂະນະດຽວກັນມີ 52 ບໍລິສັດເລີ່ມທຳການຜະລິດແລ້ວ ແລະ 55 ບໍລິສັດແມ່ນກຳລັງກະກຽມເບື້ອງຕົ້ນ ແລະ ດຳເນີນການກໍ່ສ້າງ.


ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເຂດພັດ ທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ເມື່ອວັນທີ 20 ເມສາ 2022 ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສະພາປະຊາຊົນນະຄອນຫຼວງວຽງຈັນ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນພ້ອມຄະນະ.


ທ່ານ ຂຽງຄຳ ພຸດຈັນທະວົງສາຮອງອຳນວຍການໃຫຍ່ ບໍລິສັດຮ່ວມທຶນລາວ-ຈີນຈຳກັດໄດ້ລາຍງານສະພາບລວມຂອງເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນໂດຍຫຍໍ້ວ່າ: ເຂດພັດທະນາກວມລວມໄຊເຊດຖາ ແມ່ນໂຄງການຮ່ວມທຶນ ລະ ຫວ່າງ ອົງການປົກຄອງນະຄອນຫຼວງວຽງ ຈັນຕາງໜ້າລັດຖະບານລາວ ແລະ ບໍລິສັດລົງທຶນຕ່າງປະ ເທດແຂວງຢູນນານທີ່ຂຶ້ນກັບກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງຢູນນານ ຫຸ້ນສ່ວນຈໍາກັດ ຕາງໜ້າ ລັດຖະບານ ສປ ຈີນ.


ມາຮອດປັດຈຸບັນເຂດພັດທະນາກວມລວມໄຊເຊດຖາໄດ້ສຳເລັດການພັດທະນາໄລຍະໜຶ່ງຄື:ສຳເລັດການກໍ່ສ້າງໂຄງລ່າງພື້ນຖານເປັນຕົ້ນຖະໜົນຫົນທາງ,ນໍ້າປະປາ,ໄຟຟ້າ,ການສື່ສານ,ຫ້ອງການພາສີ ແລະ ສິ່ງອຳນວຍຄວາມສະດວກອື່ນໆ. ປັດຈຸບັນກຳລັງສຸມໃສ່ກໍ່ສ້າງເຂດການຄ້າການທ່ອງທ່ຽວ ແລະ ເຂດຕົວເມືອງໃໝ່ນະຄອນຫຼວງວຽງຈັນ ໄລຍະສອງເພື່ອເປັນການປັບປຸງສິ່ງອຳນວຍຄວາມສະດວກຂອງໂຄງລ່າງພື້ນຖານ.

ມາຮອດປັດຈຸບັນເຂດພັດທະນາໄດ້ມີການລົງທຶນໄປແລ້ວທັງໝົດ 1,3ຕື້ໂດລາໃນນັ້ນລົງທຶນໃນໂຄງລ່າງພື້ນຖານປະມານ 600 ລ້ານໂດລາ, ມູນຄ່າລົງທຶນຂອງວິສາຫະກິດທີ່ລົງທຶນຢູ່ໃນເຂດລົງທຶນປະມານ 700 ລ້ານ ໂດລາ, ປັດຈຸບັນມີຫົວໜ່ວຍວິສາຫະກິດທີ່ໄດ້ເຊັນສັນຍາທັງໝົດ 107 ບໍລິສັດ ໃນການລົງທຶນ,ໃນນີ້ມີ 52 ບໍລິສັດທີ່ໄດ້ເລີ່ມທຳການຜະລິດແລ້ວ ແລະ ອີກ 55 ບໍລິສັດແມ່ນກຳລັງກະກຽມເບື້ອງຕົ້ນ ແລະ ກຳລັງດຳເນີນການກໍ່ສ້າງ ເຊິ່ງເປັນນັກລົງທຶນທີ່ມາຈາກ 7 ປະເທດ ແລະ ພື້ນທີ່ເຊັ່ນ: ປະເທດຈີນ, ໄທ, ຍີ່ປຸ່ນ, ມາເລເຊຍ, ສິງກະໂປ, ລາວ ແລະ ສະຫະລັດອາເມລິກາ.


ໂອກາດນີ້ ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບເຂດພັດທະນາກວມລວມໄຊເຊດຖາທີ່ສາມາດຈັດຕັ້ງປະຕິບັດຫຼາຍວຽກງານມາໄດ້ໃນໄລຍະທີ່ຜ່ານ, ເຊິ່ງເຂດດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖີງມິດຕະພາບ ແລະ ສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງລາວ-ຈີນ, ທີ່ສຳຄັນແມ່ນສາມາດດຶງດູດຫຼາຍບໍລິສັດໃຫຍ່ໆຢູ່ຕ່າງປະເທດເຂົ້າມາລົງທຶນ ເພຶ່ອມາພັດທະນາໃນເຂດດັ່ງກ່າວຊຶ່ງເຮັດໃຫ້ມີພື້ນຖານໂຄງລ່າງເປັນການພັດທະນາ ສ ປປ ລາວ ແລະ ເປັນບ່ອນສ້າງແຫຼ່ງລາຍຮັບໃຫ້ແກ່ນະຄອນຫຼວງວຽງຈັນກໍຄື ສປ ປ ລາວ.

ໃນນັ້ນໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບສືບຕໍ່ປະຕິບັດບັນດາໂຄງການໄລຍະສອງຕໍ່ໄປເຮັດໃຫ້ເຂດດັ່ງກ່າວໃຫ້ກາຍເປັນເມືອງຕົວແບບສູນການຄ້າ,ແຫຼ່ງທ່ອງທ່ຽວ ແລະ ອື່ນໆໃນນັ້ນບັນຫາສິ່ງແວດລ້ອມຕ້ອງມີການປະສານສົມທົບກັບຮາກຖານບ້ານເຂົ້າຮ່ວມໃນການປົກປັກຮັກສາລວມທັງວຽກງານຄວາມເປັນລະບຽບຮຽບຮ້ອຍ ແລະ ວຽກງານປ້ອງກັນຄວາມສະຫງົບສຸກຂອງປະຊາຊົນ, ເຮັດແນວໃດເຮັດໃຫ້ເຂດດັ່ງກ່າວເກີດມິຜະລິດຕະພັນທີ່ຫຼາກຫຼາຍເພື່ອອອກຈຳໜ່າຍ.


ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ພ້ອມຄະນະຍັງໄດ້ໄປຢ້ຽມຍາມບໍລິສັດເປີ້ຍເຕີເຄື່ອງນຸ່ງຮົ່ມ(ລາວ)ຈຳກັດ ແລະ ບໍລິສັດເປໂຕຼເຄມີລາວຈຳກັດທີ່ຢູ່ໃນເຂດດັ່ງກ່າວອີກ.