ເສດຖະກິດຈີນ ຂະຫຍາຍຕົວ 4,8% ໃນໄຕມາດ 1 ຂອງປີນີ້

83

ສຳນັກງານສະຖິຕິແຫ່ງ ສປ ຈີນ ( NBS ) ເປີດເຜີຍວ່າ ລວມຍອດຜະລິດຕະພັນພາຍໃນ ( GDP ) ໃນໄຕມາດ 1 ຂອງປີ 2022 ຂະຫຍາຍຕົວ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງສູງກວ່ານັກວິເຄາະຄາດການໄວ້ທີ່ລະດັບ 4,4%.

ແນວໃດກໍຕາມ, ຕົວເລກດັ່ງກ່າວຍັງຕ່ຳກວ່າເປົ້າໝາຍທີ່ວາງໄວ້ ເຊິ່ງເປົ້າໝາຍຂອງລັດຖະບານຈີນ ຄາດການໄວ້ທີ່ລະດັບ 5% ໃນປີ 2022, ນອກຈາກນີ້ ນັກວິເຄາະຍັງຄາດການວ່າ ເສດຖະກິດຈີນ ມີທ່າອ່ຽງຂະຫຍາຍຕົວຊ້າລົງ ອັນເນື່ອງມາຈາກມາດຕະການປິດເມືອງ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ກິດຈະກຳດ້ານເສດຖະກິດຢຸດຕິຊົ່ວຄາວ, ໃນຂະນະດຽວກັນການໃຊ້ຈ່າຍ ແລະ ການບໍລິການໃນເດືອນມີນາຜ່ານມາ ຫຼຸດລົງເຖິງ 3,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງເປັນຕົວເລກຫຼຸດລົງສູງ ກວ່າທີ່ນັກວິເຄາະຄາດການໄວ້ທີ່ລະດັບ 1,6%.

ສຳນັກງານສະຖິຕິແຫ່ງຊາດຈີນ ຍອມຮັບວ່າ ລັດຖະບານຮັບຮູ້ດີວ່າ ເສດຖະກິດຈີນກຳລັງປະເຊີນກັບສິ່ງທ້າທາຍ ເນື່ອງຈາກສະຖານະການການແຜ່ລະບາດໃຫຍ່ຢູ່ພາຍໃນປະເທດ ແລະ ສະພາບການຂອງໂລກທີ່ປ່ຽນໄປຢ່າງສະຫຼັບສັບຊ້ອນ.

ແນວໃດກໍຕາມ ສປ ຈີນ ຍັງໃຫ້ຄວາມສຳຄັນໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ຄວບຄູ່ໄປກັບການສ້າງສະຖຽນລະພາບທາງເສດຖະກິດ ເພື່ອສ້າງຄວາມເຊື່ອໝັ້ນວ່າ ເສດຖະກິດຈະສາມາດເຕີບໂຕຕໍ່ໄປໄດ້ທ່າມກາງວິກິດການເຫຼົ່ານີ້.

ທັງນີ້, ໃນເດືອນມັງກອນ ແລະ ເດືອນກຸມພາ 2022 ເສດຖະກິດຈີນຂະຫຍາຍຕົວເກີນເປົ້າໝາຍທີ່ວາງໄວ້ ແຕ່ວ່າເດືອນມີນາ ຂະຫຍາຍຕົວຊ້າລົງ ເນື່ອງຈາກມາດຕະການປິດເມືອງ ເພື່ອຄວບຄຸມໂຄວິດ – 19 ເຮັດໃຫ້ກິດຈະກຳດ້ານເສດຖະກິດຢູ່ເມືອງໃຫຍ່ ຫຼາຍເມືອງ ລວມທັງນະຄອນຊຽງໄຮ້ ຢຸດສະງັກຊົ່ວຄາວ.