ບໍລິສັດ ຫົວເຫວີຍ ປະສົບຜົນສໍາເລັດໃນງານວາງສະແດງຜົນງານ

127

ໃນວັນທີ 4-5 ເມສາ 2022 ບໍລິສັດຫົວເຫວີຍ ໄດ້ມີສ່ວນຮ່ວມໃນງານພິທີເປີດ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນສ່ວນຫນຶ່ງໃນການວາງສະແດງ ຜົນງານການຮ່ວມມື ລະຫວ່າງ ບໍລິສັດ ຫົວເຫວີຍ ກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ເປັນເວລາກວ່າ 24 ປີ ທີ່ທາງບໍລິສັດຫົວເຫວີຍ ໄດ້ມີການຮ່ວມມືກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງຜ່ານມາວຽກງານເທັກໂນໂລຊີທາງດ້ານ ICT ຂອງທາງຫົວເຫວີຍ ສາມາດຊ່ວຍຊຸກຍູ້ ແລະ ສະໜັບສະໜູນ ໃຫ້ ສປປ ລາວ ໃນການຫັນເປັນດິຈິຕອນໄດ້ໄວຂຶ້ນ.


ໃນການວາງສະແດງຄັ້ງນີ້, ຫົວເຫວີຍ ກໍໄດ້ນໍາສະເໜີວີດີໂອຜົນງານ ຮ່ວມກັບກະຊວງ ເຕັກໂລຊີ ແລະ ການສື່ສານ ໂດຍສະເພາະໃນຂະແໜງໂທລະຄົມມະນາຄົມເປັນຕົ້ນ: ບົດບາດສໍາຄັນໃນການສ້າງສັນຍານເຄືອຂ່າຍ 2G ( ປີ 1999 ), 3G (ປີ2008), 4G (ປີ 2012) and 5G trial (2020) ເປັນຄັ້ງທໍາອິດໃນລາວ, ລວມທັງການສົ່ງເສີມດ້ານການສຶກສາຜ່ານໂຄງການ “ແກ່ນພັນເພື່ອອະນາຄົດ (Seed for the future)” ທຸກໆປີບໍລິສັດຫົວເຫວີຍ ໄດ້ສົ່ງນັກຮຽນລາວໄປຮ່ວມຝຶກອົບຮົມທາງດ້ານໄອຊີທີ ທີ່ປະເທດຈີນ ແລະ ກິດຈະກໍາສົ່ງເສີມຈັດຝຶກອົບຮົມໃຫ້ກັບຂະແໜງການສຶກສາໄອຊີທີຢູ່ລາວເປັນປະຈໍາທຸກເດືອນ.
ຫົວເຫວີຍ ໄດ້ໃຫ້ການບໍລິການແກ້ໄຂບັນຫາດ້ານດີຈິຕອນ, ສະໜັບສະຫນູນຊຸດອຸປະກອນວີດີໂອປະຊຸມທາງໄກ ໃຫ້ແກ່ກົມຕ່າງໆຂອງລັດຖະບານ ແລະ ວິສາຫະກິດ ຫົວເຫວີຍ ເປັນຜູ້ໃຫ້ບໍລິການໂຊລູຊັນຫລັກສໍາລັບ ວິທະຍາເຂດອັດສະລິຍະ (Smart Campus), ສູນຈັັດເກັບຂໍ້ມູນ (Data center), ລະບົບການປະຊຸມທາງໄກ (Video Conference) ແລະ ອື່ນໆ.

ນອກຈາກນັ້ນ, ທາງພາກສ່ວນຂອງລະບົບຄົມມະນາຄົມ ຫົວເຫວີຍ ໄດ້ມີໂຊລູຊັນສໍາລັບທາງລົດໄຟ ເພື່ອເຮັດໃຫ້ການສື່ສານ ລະຫວ່າງ ລົດໄຟ ກັບແຕ່ລະສະຖານີມີປະສິດທິພາບ ແລະ ມີປອດໄພສູງສຸດ, ເຊິ່ງໃນນັ້ນລວມໄປເຖິງ ໂຊລູຊັນສໍາລັບເຮັດໃຫ້ຜູ້ໂດຍສານ ສາມາດເຂົ້າເຖິງອິນເຕິີເນັດຜ່ານມືຖືໄດ້ຕະຫລອດໄລຍະການເດີນທາງ. ໃນງານດັ່ງກ່າວນີ້, ຫົວເຫວີຍ ໄດ້ນໍາສະເໜີໂຊລູຊັນໃໝ່ທາງດ້ານພະລັງານແສງຕາເວັນ ທີ່ຈະເຮັດໃຫ້ສໍານັກງານອົງກອນ ຫລື ຄົວເຮືອນສາມາດເຂົ້າເຖິງ ແລະ ຕິດຕັ້ງໃຊ້ງານລະບົບພະລັງງານໄຟຟ້າຈາກແສງຕາເວັນໄດ້ຢ່າງງ່າຍດາຍ ດ້ວຍໂຊລູຊັນທີ່ມີຊື່ວ່າ Huawei FusionSolar.

ນອກຈາກນັ້ນ, ງານວາງສະແດງຂອງຫົວເຫວີຍ ກໍໄດ້ຮັບກຽດຈາກ ພະນະທ່ານ ບຸນທອງ ຈິດມະນີ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແລະ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຢ້ຽມຢາມພາກສ່ວນວາງສະແດງ ເຊິ່ງໄດ້ກ່າວຕ້ອນຮັບ ແລະ ນໍາສະເໜີຜົນງານໂດຍທ່ານ ເຄວິນ ຫູ ຊີອີໂອ ຂອງຫົວເຫວີຍ ປະຈໍາລາວ. ໃນໂອກາດດັ່ງກ່າວ, ການນໍາຂັ້ນສູງ ຂອງລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບໝາກຜົນການຮ່ວມມື ລະຫວ່າງ ບໍລິສັດຫົວເຫວີຍ ກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະໃນຂະແໜງການໄອຊີທີໃນໄລຍະຜ່ານ ແລະ ບໍລິສັດຫົວເຫວີຍ ກໍໄດ້ມີຜະລິດຕະພັນທີ່ມີຄຸນນະພາບ ແລະ ເປັນທີ່ຍອມຮັບລະດັບໂລກ ເຂົ້າມານໍາໃຊ້ ໃນ ສປປ ລາວ ເພື່ອສົ່ງເສີມໃຫ້ວຽກງານໄອຊີທີ ໃນລາວ ໃຫ້ເຂັ້ມແຂງ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.