ອາຊີ ອາດກາຍເປັນຕະຫຼາດເປົ້າໝາຍຂອງຣັດເຊຍໃນການສົ່ງອອກນ້ຳມັນ

219

ບັນຫາເລື່ອງນ້ຳມັນແມ່ນມີການປ່ຽນແປງໄປເລື້ອຍໆທົ່ວໂລກ ແລະ ຫຼ້າສຸດນີ້ ອາຊີ ແມ່ນຈະກາຍເປັນຕະຫຼາດເປົ້າໝາຍໃໝ່ ໃນການຂາຍນ້ຳມັນຂອງຣັດເຊຍກັບສະຖານະການນີ້ທີ່ກຳລັງຫາຜູ້ຊື້ເພື່ອສົ່ງອອກພະລັງງານ.

ໂດຍ Dan Yergin ຮອງປະທານ S&P Global ບໍລິສັດຈັດອັນດັບຄວາມໜ້າເຊື່ອຖືຂັ້ນນຳຂອງໂລກກ່າວວ່າ: ປະເທດຕ່າງໆໃນອາຊີ ຈະເປັນເປົ້າໝາຍໃໝ່ໃນການຂາຍນ້ຳມັນຂອງຣັດເຊຍ ຫຼັງຈາກທີ່ມີບັນຫາກັບບັນດາປະເທດຕ່າງໆໃນຝັ່ງຂອງຕາເວັນຕົກ ໂດຍຜູ້ນຳເຂົ້າລາຍໃຫຍ່ໃນອາຊີ ໄດ້ແກ່: ຈີນ ແລະ ອິນເດຍ ທີ່ຕ້ອງພົບກັບຄວາມກົດດັນ ໃນເລື່ອງຂອງລາຄານ້ຳມັນທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງແຕ່ລັດເຊຍສົ່ງກອງກຳລັງບຸກເຂົ້າຢູເຄຣນໃນຊ່ວງເດືອນກຸມພາ ໂດຍລັດເຊຍໃຫ້ຂໍ້ສະເໜີຂາຍນ້ຳມັນໃນລາຄາທີ່ຖືກໃຫ້ທັງຈີນ ແລະ ອິນເດຍ ທີ່ມີຄວາມໃກ້ຊິດສະໜິດແໜ້ນກັນເປັນພິເສດ.

Dan Yergin ກ່າວອີກວ່າ: ເມື່ອ 5 ອາທິດທີ່ຜ່ານມາ ຣັດເຊຍເປັນມະຫາອຳນາດດ້ານພະລັງງານ ຕົນເອງຍັງຄິດວ່າຣັດເຊຍຍັງເປັນຄູ່ຮ່ວມມືທີ່ສຳຄັນ, ເຖິງຢ່າງໃດກໍ່ຕາມ ເມື່ອຕົ້ນເດືອນນີ້ ສຳນັກງານພະລັງງານລະຫວ່າງປະເທດ IEA ລາຍງານວ່າ ນ້ຳມັນດິບຂອງຣັດເຊຍຖືກຂາຍແບບຫຼຸດລາຄາເປັນປະຫວັດສາດ ໂດຍມີການສະເໜີສ່ວນຫຼຸດ 30 ໂດລາສະຫາລັດ ແລະ 25 ໂດລາສະຫາລັດຕໍ່ບາເຣນ ສໍາລັບນໍ້າມັນ Urals ສວນທາງກັບລາຄາສົ່ງອອກພະລັງງານຂອງປະເທດອື່ນໆ ທີ່ສູງຂຶ້ນແບບບໍ່ເຄີຍມີມາກ່ອນ ໂດຍລາຄານ້ຳມັນ ມີອັດຕາສູງກວ່າປີຜ່ານມາປະມານ 80% ແລະ ມີຄວາມຜັນຜວນຕັ້ງແຕ່ເກີດຄວາມບໍສະຫງົບລະຫວ່າງລັດເຊຍກັບຢູເຄຣນ.

ອິນເດຍຖືເປັນປະເທດທີ່ຄາດໝາຍຈະເປັນຄູ່ຄ້ານ້ຳມັນທີ່ສຳຄັນຂອງລັດເຊຍ ທີ່ຜ່ານມາອິນເດຍຊື້ນ້ຳມັນຈາກອິຣັກ, ຊາອຸ, ຢູເອອີ ແລະ ໄນຈິເຣຍ ແຕ່ປະເທດເຫຼົ່ານີ້ລ້ວນແຕ່ກຳນົດລາຄານ້ຳມັນທີ່ສູງຂຶ້ນ ເນື່ອງຈາກລາຄາໃນຕະຫຼາດເພີ່ມສູງຂຶ້ນ ໂດຍຜູ້ສັງເກດການໃນອຸດສາຫະກຳຈັບຄວາມເຄື່ອນໄຫວໃນຊ່ວງທີ່ຜ່ານມາ ພົບວ່າການສົ່ງມອບນ້ຳມັນຈາກຣັດເຊຍໄປຍັງອິນເດຍມີອັດຕາເພີ່ມຂຶ້ນຢ່າງຫຼວງຫຼາຍຕັ້ງແຕ່ຕົ້ນເດືອນມີນາ ເພາະມີການຫຼຸດລາຄານ້ຳມັນລົງ.

ຂໍ້ມູນຈາກ: https://www.cnbc.com/…/asia-will-become-the-default…