ຕົ້ນແບບເສັ້ນທາງຮົ່ມເຢັນ ເບິ່ງຄວາມສວຍງາມຜັງເມືອງໃນເຂດເສດຖະກິດສາມຫຼ່ຽມຄຳ

215

ເວົ້າເລື່ອງການພັດທະນາ ຕ້ອງຍົກໃຫ້ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເປັນເຂດທີ່ມີຄວາມກ້າວໜ້າໄວ ທັງໃນດ້ານການລົງທຶນ, ການກໍ່ສ້າງພື້ນຖານໂຄງລ່າງມີຫຼາຍສິ່ງຫຼາຍຢ່າງໃໝ່ເກີດຂຶ້ນຕໍ່ເນື່ອງ ຜັງເມືອງດີງາມ ຕາມແບບຂອງລາວເໜືອປະສົມກັບຈີນ ອັນສຳຄັນແມ່ນການເອົາຊຸມສາຍຕ່າງໆລົງດິນ ແລະປູກຕົ້ນໄມ້ລຽບຕາມແຄມທາງ ເພື່ອຄວາມຮົ່ມເຢັນແກ່ຜູ້ໃຊ້ບໍລິການ ແລະເພີ່ມພື້ນທີ່ສີຂຽວ.

ໃນທ້າຍເດືອນມີນາຜ່ານມາຢູ່ຖະໜົນມັງກອນ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມີການປູກຕົ້ນດອກໄມ້ຕາມແຄມທາງເພື່ອເຮັດໃຫ້ເສັ້ນທາງມີທີວທັດສວຍງາມຂື້ນ ໂດຍແມ່ນຈຸດປະສົງຂອງທ່ານຈ້າວເຫີວຍ ປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ຕ້ອງການຈະສ້າງໃຫ້ກາຍເປັນຕົວເມືອງທີ່ເຕັມໄປດ້ວຍດອກໄມ້ທີ່ສວຍງາມ ເຊິ່ງເປັນບໍລິສັດສວນກະສິກຳປ່າໄມ້ ແລະ ເປັນຂະແໜງທຳອິດຂອງກຸ່ມບໍລິສັດດອກງີ້ວຄຳ.

ສຳລັບການປູກດອກໄມ້ ແລະ ຕົ້ນໄມ້ແມ່ນໄດ້ດຳເນີນມາຕັ້ງແຕ່ເລີ່ມພັດທະນາ ແລະ ກໍ່ສ້າງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ມາຮອດປັດຈຸບັນໄດ້ບັນລຸຜົນສຳເລັດຫລາຍພໍສົມຄວນ ພື້ນທີ່ການກໍ່ສ້າງຂອງເຂດແມ່ນປະມານ 8 ກິໂລຕາແມັດ, ເຫັນໄດ້ວ່າແຕ່ລະພື້ນທີ່ທີ່ຢູ່ພາຍໃນເຂດຈະເຫັນດອກໄມ້ໃນສາຍທາງ, ເຂດທີ່ຢູ່ອາໄສ ແລະ ຫ້ານຊັບພະສີນຄ້າຕ່າງໆ.

ນີ້ເປັນແບບຢ່າງທີ່ດີຂອງການພັດທະນາ ນອກຈາກເປັນເມືອງເສດຖະກິດຕົ້ນໆແລ້ວ ແມ່ນເຕັມໄປດ້ວຍມົນສະເໜທີ່ໜ້າຫຼົງໄຫຼ ແລະ ຕ້ອງຍອມຮັບວ່າ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແມ່ນມີການປ່ຽນແປງໄປຢ່າງໄວວາ ແລະ ຈະພັດທະນາຂຶ້ນໄປເລື້ອຍໆ.

ທີ່ໜ້າຊື່ນຊົມຄືການວາງຜັງເມືອງໄດ້ສວຍງາມ ນີ້ຄືການນຳເອົາແນວຄວາມຄິດ ຄວາມກ້າວໜ້າຂອງ ສປ ຈີນມາປະຍຸກໃຊ້ໄດ້ຢ່າງລົງໂຕໃນຜືນແຜ່ນດິນ ຂອງ ສປປ ລາວ.