ລາວ-ຣັດເຊຍ ສຳເລັດການຮ່ວມກວດກູ້ ທຳລາຍລະເບີດບໍ່ທັນແຕກ

200

ການຈັດຕັ້ງປະຕິບັດແຜນການຮ່ວມມືກວດ-ກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ຂອງສອງພັກ-ສອງລັດຖະບານ ລາວ-ລັດເຊຍ ພາຍຫລັງ ຈັດຕັ້ງປະຕິບັດ ມາແຕ່ວັນທີ 23 ພະຈິກ 2021 ຢູ່ເມືອງນາກາຍ ແຂວງຄຳມ່ວນ ມາຮອດວັນທີ 27 ມີນາໄດ້ສຳເລັດລົງ ແລະມີພິທີປິດເປັນທາງການໂດຍມີ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ວະລາດີເມຍ ກາລິນິນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະພັນລັດເຊຍ ປະຈໍາ ລາວ ພ້ອມດ້ວຍຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ສະຫາຍ ພັອ ອັນເດຣ ລີຄາຊ໋ອບ ທີ່ປຶກສາການທູດ ຝ່າຍທະຫານລັດເຊຍ ປະຈໍາ ສປປ ລາວ ໄດ້ລາຍງານໃຫ້ຮູ້ວ່າ: ໃນການຈັດຕັ້ງປະຕິບັດແຜນການຮ່ວມມືກວດ-ກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາຂອງສອງພັກ-ສອງລັດ ລາວ-ລັດເຊຍ ໂດຍແມ່ນຄະນະຮັບຜິດຊອບການກວດ-ກູ້ລະເບີດ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຮ່ວມມື ກັບຄະນະຮັບຜິດຊອບການກວດ-ກູ້ມິນສາກົນ ຂອງກະຊວງປ້ອງກັນປະເທດແຫ່ງ ສະຫະພັນລັດເຊຍ, ຜ່ານການຈັດຕັ້ງປະຕິບັດ ມາຮອດປັດຈຸບັນ ແມ່ນສຳເລັດແລ້ວ ຈໍານວນ 9 ຈຸດ ເຊິ່ງມີເນື້ອທີ່ທັງໝົດ 120 ເຮັກຕາ ໃນນັ້ນ, ສາມາດປະຕິບັດໄດ້ 25 ເຮັກຕາ, ທໍາລາຍລະເບີດໄດ້ 91 ໜ່ວຍ, ໃນນີ້ລະເບີດໂບມບີ 51 ໜ່ວຍ, ໂບມ 500 ປອນ 1 ໜ່ວຍ, ກວດ-ກູ້ສະເກັດຕ່າງໆ 4.190 ສິ້ນສ່ວນ, ໂລຫະຕ່າງໆໄດ້ 1.402 ສິ້ນສ່ວນ.

ສ່ວນພື້ນທີ່, ທີ່ຍັງບໍ່ທັນກວດ-ກູ້ ແມ່ນຈະໄດ້ຮັບການຊ່ວຍເຫລືອອີກໃນປີຕໍ່ໄປ. ພ້ອມດຽວກັນນັ້ນ, ຍັງໄດ້ມີການມອບ ແລະ ຄືນພື້ນທີ່ປອດໄພ ໃຫ້ອົງການປົກຄອງເມືອງນໍາໃຊ້ ແລະ ພັດທະນາຕາມແບບແຜນທິດທາງທີ່ວາງໄວ້, ຕາງໜ້າຮັບເນື້ອທີ່ດັ່ງກ່າວ ໂດຍ ສະຫາຍ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ.


ໂອກາດດັ່ງກ່າວ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ຍັງໄດ້ມອບຫລຽນໄຊພິລະອາດຫານຊັ້ນ III ໃຫ້ແກ່ຊ່ຽວຊານ ສະຫະພັນລັດເຊຍ ຈຳນວນ 28 ສະຫາຍ, ພ້ອມນັ້ນ, ສະຫາຍ ພົຕ ວໍລະສານ ວິລັດດາວົງ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກໍໄດ້ມອບຫລຽນກາມິດຕະພາບ ກອງທັບປະຊາຊົນລາວ ໃຫ້ແກ່ຊ່ຽວຊານລັດເຊຍ ຈໍານວນ 7 ສະຫາຍ ແລະ ມອບຫລຽນໄຊມິດຕະພາບແຫ່ງສະຫະພັນລັດເຊຍ ດ້ານການທະຫານໃຫ້ແກ່ພະນັກງານນັກຮົບ ກອງທັບປະຊາຊົນລາວຈໍານວນ 24 ສະຫາຍ.


ພ້ອມນີ້, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງປະເທດລັດເຊຍ ຜ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສະຫະພັນລັດເຊຍ ປະຈໍາລາວ ທີ່ໄດ້ໃຫ້ການຊ່ວຍເຫລືອ ທາງດ້ານອຸປະກອນ, ຍຸດທະວິທີ ກອງກໍາລັງທະຫານ ທີ່ລົງເຄື່ອນໄຫວກວດ-ກູ້ຢູ່ 3 ແຂວງຂອງປະເທດລາວຄື: ຊຽງຂວາງ, ບໍລິຄໍາໄຊ ແລະ ແຂວງຄໍາມ່ວນ, ສະເພາະແຂວງ ຄໍາມ່ວນ ຍັງຕ້ອງໄດ້ເລັ່ງໃນການກວດ-ກູ້ລະເບີດບໍ່ທັນແຕກ ໃນບັນດາເມືອງເປົ້າໝາຍຂອງແຂວງ ທີ່ຍັງຫລົງເຫລືອມິນລະເບີດ ບໍ່ທັນແຕກ ເພື່ອຄວາມປອດໄພຂອງມະນຸດສະທຳ ຂອງປວງຊົນລາວທັງຊາດ.

ຂ່າວ: ຂປລ