3 ນັກບິນອະວະກາດຂອງຈີນ ກຽມກັບຄືນສູ່ໂລກ

59

ນັກບິນອະວະກາດຂອງຈີນ 3 ທ່ານ ຂອງຍານເຊິນໂຈ້ວ – 13 ທີ່ກຳລັງປະຕິບັດພາລະກິດໃນໂຄງການສະຖານີອະວະກາດຈີນ ກຽມພ້ອມສຳລັບການກັບສູ່ໂລກ.

ຕະຫຼອດໄລຍະເວລາທີ່ນັກບິນທັງ 3 ທ່ານ ໄດ້ປະຕິບັດພາລະກິດຢູ່ສະຖານີອະວະກາດຂອງຈີນ ໄດ້ສ້າງຫຼາຍກິດຈະກຳ ໂດຍສະເພາະເປີດສອນວິທະຍາສາດຈາກສະຖານີອະວະກາດ ໂດຍຖ່າຍທອດສົດຜ່ານລະບົບ Live streaming ມາສູ່ພື້ນໂລກ ເມື່ອວັນທີ 23 ມີນາຜ່ານມາ ເຊິ່ງເປັນຄັ້ງທີ 2 ໃນການສິດສອນວິທະຍາສາດຂອງພວກເຂົາ ໂດຍມີນັກຮຽນ – ນັກສຶກສາຈາກຈີນ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ຕະຫຼອດການປະຕິບັດພາລະກິດຢູ່ສະຖານີອະວະກາດໃນໄລຍະກວ່າ 5 ເດືອນຜ່ານມາ, ນັກບິນອະວະກາດທັງ 3 ທ່ານ ໄດ້ສ້າງກິດຈະກຳຫຼາຍຢ່າງ ລວມທັງປະຕິບັດພາລະກິດເດີນອະວະກາດນອກຍານອະວະກາດ 2 ຄັ້ງ.

ນອກຈາກນີ້, ພວກເຂົາຍັງກວດສອບເພີ່ມຕື່ມກ່ຽວກັບເຕັກໂນໂລຊີທີ່ຊ່ວຍຊີວິດ ແລະ ການປະເມີນການເຊື່ອມເຂົ້າກັນໄດ້ຂອງທຸກລະບົບ ເພື່ອກຽມພ້ອມສຳລັບການກໍ່ສ້າງໂຄງການສະຖານີອະວະກາດຂອງຈີນໃຫ້ສຳເລັດ ເພື່ອຮອງຮັບພາລະກິດດ້ານອະວະກາດໃນອະນາຄົດ.