ຄັ້ງທີ 11 ແລ້ວ ກັບການບໍລິຈາກເລືອດຊ່ວຍເຫຼືອຜູ້ຄົນ ງາມທັງກາຍ, ຈິດໃຈ ໝໍແນ່ງ ຈັນດາລີ ສິດພະໄຊ

155

ການມີນໍ້າໃຈແບ່ງປັນຊ່ວຍເຫຼືອຜູ້ອື່ນ ແລະ ສັງຄົມ ຖືເປັນເລື່ອງທີ່ໜ້າຍິນດີ ແລະ ໜ້າຍົກຍ້ອງເປັນທີ່ສຸດ ເພາະເຊື່ອວ່າບໍ່ມີຫຍັງຈະສໍາຄັນໄປກວ່າການໄດ້ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ຄືດັ່ງກັບໝໍຄົນນີ້ ທັງງາມ, ທັງເກັ່ງ ຈິດໃຈດີ ແລະ ມີຜົນງານໃຫ້ວົງການບັນເທີງໃຫ້ເຫັນຢ່າງຫຼວງຫຼາຍເລີຍ ເຊື່ອວ່າຍິງຄົນນີ້ຈະເປັນຕົວແບບແຫ່ງການໃຊ້ຊີວິດ ແລະ ຕົວແບບຂອງການເບິ່ງແຍງຕົນເອງຂອງໃຜຫຼາຍໆຄົນເລີຍກໍວ່າໄດ້.

ສໍາລັບຍິງຄົນເກັ່ງ ແຖມຈິດໃຈດີຄົນນີ້ກໍຄື ໝໍແນ່ງ ຈັນດາລີ ສິດພະໄຊ ນັ້ນເອງ ເຮົາຈະເຫັນຢູ່ສະເໝີວ່າ ໜໍແນ່ງ ແມ່ນມັກຈະອອກມາໃຫ້ການຊ່ວຍເຫຼືອສັງຄົມ ແລະ ຜູ້ຄົນມາໂດຍຕະຫຼອດ ດ້ວຍການແນະນໍາວິທີການເບິ່ງແຍງຕົນເອງ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດຕ່າງໆ ຄືດັ່ງກັບເທື່ອນີ້ທີ່ໝໍຄົນງາມແຖມໃຈບຸນ ເຫັນໄດ້ເຖິງຄວາມສໍາຄັນໃນການບໍລິຈາກເລືອດ ຫຼື ໃຫ້ເລືອດແກ່ຜູ້ທີ່ຈໍາເປັນ ແລະ ມີຄວາມຕ້ອງການ ເພື່ອຊ່ວຍຕໍ່ຊີວິດຂອງຜູ້ຄົນອີກຫຼາຍໆຄົນໃຫ້ສາມາດມີຊີວິດຢູ່ໄດ້ຕໍ່ໄປ.

ໂດຍໃນເທື່ອນີ້ ໝໍແນ່ງ ກໍໄດ້ໄປຮ່ວມບໍລິຈາກເລືອດ ເພື່ອຊ່ວຍຕໍ່ຊີວິດຂອງຜູ້ຄົນອີກຄັ້ງ ໂດຍໄດ້ມີການໂພສໃນເຟສບຸ໊ກສ່ວນຕົວຂອງຕົນເອງດ້ວຍຂໍ້ຄວາມທີ່ວ່າ: “ ຄັ້ງທີ 11 ແລ້ວ ຂໍໃຫ້ເລືອດຖົງນ້ອຍນີ້ສ້າງປະໂຫຍດແກ່ຄົນເຈັບ ແລະ ໄດ້ຕໍ່ລົມຫາຍໃຈເນີ້ ( ແຕ່ບໍ່ຂີ້ດື້ຄືຜູ້ບໍລິຈາກລະພໍ ) ໃນໄລຍະລະບາດພະຍາດໂຄວິດ ເລືອດຍັງຂາດເນີ້ ໃຜແຂງແຮງ ແລະ ມີ ຄວາມພ້ອມຢ່າລືມໄປບໍລິຈາກນຳກັນເດີ້ ”.

ຈາກເລື່ອງລາວດີໆແບບນີ້ ທີມຂ່າວບັນເທີງກໍເລີຍຢາກສົ່ງຕໍ່ຄຸນງາມຄວາມດີໃຫ້ແຟນໆໄດ້ປື້ມໃຈໄປນໍາກັນ ແລະ ຕ້ອງສະແດງ ຄວາມຊົມເຊີຍມາຍັງໝໍແນ່ງ ພ້ອມຢາກເຊີນຊວນໃຫ້ສັງຄົມເອົາໝໍແນ່ງຄົນງາມ, ຄົນດີ ຄົນນີ້ເປັນແບບຢ່າງໃນການເຮັດຄວາມດີດ້ວຍ ເຊື່ອວ່າຄວາມດີທີ່ໝໍແນ່ງໄດ້ເຮັດ ແຟນໆກໍຈະໄດ້ເຫັນ ບໍ່ແປກໃຈເລີຍທີ່ມີແຕ່ຄົນຮັກ ສະໜັບສະໜູນຜົນງານມາໂດຍດີຕະຫຼອດມາ.

ທຸກຄົນສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວໄດ້ຂອງໝໍຄົນເກັ່ງຄົນນີ້ໄດ້ເລີຍທີ່   ເຟສບຸ໊ກ: Chandaly Ningnang Sitpraxay.