ທະນາຄານ ຊາຄອມແບັງ ລາວ ຮ່ວມມືກັບ ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ ໃຫ້ບໍລິການດ້ານທະນາຄານ-ປະກັນໄພຄົບວົງຈອນ

162

ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ (Sacombank Lao) ໄດ້ເຊັນສັນຍາຮ່ວມມືຍຸດທະສາດ ກັບ ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ (LAP) ໃນວັນທີ 18 ມີນາ2022 ຢູ່ສຳນັກງານໃຫຍ່ ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ ທີ່ນະຄອນຫຼວງວຽງຈັນ ເພື່ອປະສານສົມທົບຮ່ວມກັນຜັນຂະຫຍາຍຜະລິດຕະພັນການບໍລິການ ຂອງ ທະນາຄານ ແລະ ລິສັດ ປະກັນໄພ.

ຕາງໜ້າລົງນາມໂດຍ ທ່ານ ຟ່າມກວາງຟູ  ຜູ້ອຳນວຍການໃຫຍ່ ທະນາຄານ ຊາຄອມແບັງ ລາວ, ທ່ານ ໂດວັນຄາງ ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ, ຮ່ວມເປັນສັກຂີພິຍານໂດຍມີ ບັນດາຄະນະການນໍາ, ຫົວໜ້າພະແນກ ແລະ ພະນັກງານຂອງທັງສອງຝ່າຍ.

ຕາມຂໍ້ຕົກລົງນີ້ Sacombank Lao ແລະ LAP ຈະໃຫ້ຄວາມສໍາຄັນໃນການແນະນໍາຜະລິດຕະພັນໃຫ້ແກ່ຄູ່ຄ້າ, ລູກຄ້າ ແລະ ພະນັກງານຂອງທັງສອງຝ່າຍ. ພ້ອມດຽວກັນນັ້ນ, ແຕ່ລະຝ່າຍກໍ່ພະຍາຍາມຮ່ວມກັນຄົ້ນຄວ້າ, ພັດທະນາບັນດາຜະລິດຕະພັນທີ່ດີເລີດ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ດີທີ່ສຸດ.

ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືໃນຄັ້ງນີ້, Sacombank Lao ແລະ LAP ຈະສົມທົບໃນການຈັດຕັ້ງຊຸດອົບຮົມຢ່າງເຂັ້ມງວດກ່ຽວກັບການໃຫ້ຂໍ້ມູນຄວາມຮູ້ດ້ານຜະລິດຕະພັນ-ການບໍລິການ, ວິທີການໃຫ້ຄຳປຶກສາ ແລະ ການເອົາໃຈໃສ່ເບິ່ງແຍງລູກຄ້າ ໃຫ້ແກ່ພະນັກງານຂອງທັງສອງຝ່າຍ ເພື່ອຍົກລະດັບການບໍລິການການຂາຍແບບມືອາຊີບ ແລະ ຄຽງຄູ່ກັບການສະເໜີຂາຍຜະລິດຕະພັນເສີມໄປພ້ອມກັນ, ຈຸດປະສົງກໍ່ເພື່ອສ້າງປະສົບການທີ່ດີໃນການໃຫ້ບໍລິການການທະນາຄານ-ປະກັນໄພ ແບບຄົບວົງຈອນໃຫ້ແກ່ລູກຄ້າ Sacombank Lao.

ທ່ານ ຟ່າມກວາງຟູ ກ່າວວ່າ: Sacombank Lao ແລະ LAP ໄດ້ສ້າງສາຍສຳພັນຮ່ວມມືກັນນັບຕັ້ງແຕ່ປີ 2016 ເປັນຕົ້ນມາ. ດ້ວຍການລົງນາມໃນສັນຍາຮ່ວມມືຮອບດ້ານ, ການຮ່ວມມືລະຫວ່າງ Sacombank Lao ແລະ LAP ຈະນຳມາສູ່ປາກົດການປ່ຽນແປງໃໝ່, ທັງເປັນການສ້າງຂີດໝາຍສຳຄັນໃນການຮ່ວມມືຂອງທັງສອງ. ພ້ອມກັນນັ້ນ, ຄາດວ່າການຮ່ວມມືໃນຄັ້ງນີ້ຈະນຳມາເຊິ່ງຜົນປະໂຫຍດ, ຄຸນຄ່າ ແລະ ການພັດທະນາຢ່າງເຕີບໂຕຂອງທັງສອງຝ່າຍ.

Sacombank Lao ເປັນທະນາຄານທີ່ມີຄວາມຊ່ຽວຊານທາງດ້ານສະໜອງແຫຼ່ງທຶນເພື່ອພັດທະນາທຸລະກິດ, ສະນັ້ນ ທຸກບາດກ້າວ-ການພັດທະນາຂອງທຸລະກິດແມ່ນຄວາມສຸກຂອງ Sacombank Lao.ສຳລັບ ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ ມີພາລະບົດບາດໃນການຊ່ວຍຄຸ້ມຄອງຄວາມສ່ຽງໃຫ້ບັນດາຫົວໜ່ວຍທຸລະກິດ ດັ່ງນັ້ນ ຄວາມປອດໄພ – ການພັດທະນາແບບຍືນຍົງ ຂອງບັນດາຫົວໜ່ວຍທຸລະກິດນັ້ນ ແມ່ນຄວາມສຸກຂອງບໍລິສັດປະກັນໄພ ລ້ານຊ້າງ. ການຮ່ວມມືຂອງທັງສອງຝ່າຍແນ່ນອນຈະເປັນການສ້າງມູນຄ່າເພີ່ມທີ່ສູງກວ່າເກົ່າໃຫ້ແກ່ຊຸມຊົນນັກທຸລະກິດກໍ່ຄືການສ້າງຄຸນຄ່າໃຫ້ເກີດແກ່ສັງຄົມ.

ປັດຈຸບັນ Sacombank Lao ມີຜະລິດຕະພັນການບໍລິການທີ່ຫຼາກຫຼາຍທີ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ພິເສດສຳລັບລູກຄ້າ MSME, ໃນໄລຍະທີ່ຜ່ານມາ, Sacombank Lao ໄດ້ຮັບການຍອມຮັບຈາກອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງສາກົນ ໂດຍລ່າສຸດໄດ້ຖືກຍອມຮັບໃຫ້ເປັນທະນາຄານ SME ທີ່ດີທີ່ສຸດໃນສປປ ລາວ 2 ປີຊ້ອນ ນັບແຕ່ປີ 2020-2021 “Best SME Bank Laos 2020-2021” ຈາກວາລະສານການເງິນ-ການທະນາຄານລະດັບໂລກ ຂອງປະເທດອັງກິດ (Global Banking and Finance Reiview) ແລະ ໄດ້ຮັບການຍ້ອງຍໍຈາກກະຊວງອຸດສາຫະກຳ ແລະ ການຄ້າ ຍົກໃຫ້ເປັນ ‘’ທະນາຄານທີ່ມີຜົນງານດີເດັ່ນໃນການສະໜອງສິນເຊື່ອບ້ວງເງິນຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ປະຈຳປີ 2021”.

ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 11 ຕຸລາ 2010 ບົນພື້ນຖານການຮ່ວມມື ແລະ ການປະກອບທຶນລະຫວ່າງທະນາຄານພັດທະນາລາວ (LDB) ແລະ ບໍລິສັດປະກັນໄພໄປສະນີ ແລະ ໂທລະຄົມມະນາຄົມຫວຽດນາມ (PTI). ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ ໄດ້ສືບທອດປະສົບການປະກັນໄພຈາກ PTI – ເຊິ່ງ ເປັນໜຶ່ງໃນ 3 ບໍລິສັດປະກັນໄພຊັ້ນນໍາຂອງຫວຽດນາມ, ເຊັ່ນດຽວກັນກັບການສະຫນັບສະໜູນທີ່ເຂັ້ມແຂງຈາກ ທະນາຄານ LDB – ທະນາຄານທີ່ມີຂະຫນາດ ແລະ ເຄືອຂ່າຍທີ່ໃຫຍ່ທີ່ສຸດໃນລາວ. ປະຈຸບັນ, LAP ມີຫຼາຍກວ່າ 100 ລາຍການຜະລິດຕະພັນການບໍລິການ ແລະ ຫຼາຍກວ່າ 200 ຕົວແທນ, ໃນນັ້ນລວມທັງສັນຍາປະກັນໄພທີ່ມີມູນຄ່າສູງສຸດໃນ ສປປ ລາວ ກັບບໍລິສັດຜະລິດໄຟຟ້າລາວ (EDL GEN).