ຈີນ ຈະຊື້ສິນຄ້າກະສິກຳຈາກກຳປູເຈຍ ເພີ່ມຂຶ້ນ

80

ໜັງສືພິມພະນົມເປັນ ໂພສ ລາຍງານໃນວັນທີ 21 ມີນາຜ່ານມາວ່າ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໃຫ້ຄຳໝັ້ນສັນຍາວ່າ ຈີນຈະເພີ່ມການນຳເຂົ້າ ເຂົ້າຈາກກຳປູເຈຍ ເພີ່ມຂຶ້ນ ພ້ອມທັງພິຈາລະນາສັ່ງຊື້ສິນຄ້າກະສິກຳຂອງກຳປູເຈຍເພີ່ມຂຶ້ນອີກ.

ການໃຫ້ຄຳໝັ້ນສັນຍາຂອງປະທານປະເທດຈີນ ມີຂຶ້ນໃນລະຫວ່າງການສົນທະນາທາງໂທລະສັບກັບ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ເມື່ອທ້າຍອາທິດຜ່ານມາ ໂດຍຜູ້ນຳຈີນ ກ່າວວ່ານອກເໜືອຈາກເຂົ້າສານແລ້ວ ຈີນຈະພິຈາລະນາຊື້ສິນຄ້າກະສິກຳຈາກກຳປູເຈຍອີກ ເປັນຕົ້ນແມ່ນກ້ວຍ, ໝາກມ່ວງ, ລຳໄຍ ເພື່ອຊ່ວຍເຫຼືອຊາວກະສິກອນຂອງກຳປູເຈຍ, ພ້ອມທັງຮຽກຮ້ອງໃຫ້ທາງການຂອງກຳປູເຈຍ ກະກຽມສິນຄ້າເຫຼົ່ານີ້ ເພື່ອສົ່ງອອກໄປຈີນຫຼາຍຂຶ້ນ.

ປະທານປະເທດຈີນ ກ່າວອີກວ່າ: ກຳປູເຈຍຕ້ອງນຳໃຊ້ປະໂຫຍດຈາກຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດລະດັບພູມີພາກ ( RCEP ) ໃຫ້ຫຼາຍຂຶ້ນ ລວມທັງຂໍ້ຕົກລົງການຄ້າເສລີ ລະຫວ່າງຈີນ- ກຳປູເຈຍ ເພື່ອຍູ້ດັນການຄ້າທະວິພາຄີໃຫ້ສູງຂຶ້ນສູ່ລະດັບໃໝ່.

ສົມເດັດ ຮຸນເຊັນ ກ່າວວ່າ: ໃນໂອກາດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ກຳປູເຈຍ – ຈີນ ຄົບຮອບ 65 ປີ, ກຳປູເຈຍຈະຊຸກຍູ້ໃຫ້ມີການແລກປ່ຽນດ້ານວັດທະນະທຳ, ເສດຖະກິດ, ການຄ້າ ແລະ ກະສິກຳ ກັບ ສປ ຈີນ.

ອີງຕາມຂໍ້ມູນຈາກສະມາຄົມຜູ້ສົ່ງອອກເຂົ້າຂອງກຳປູເຈຍໃຫ້ຮູ້ວ່າ: ໃນ 2 ເດືອນທຳອິດຂອງປີນີ້ການສົ່ງອອກເຂົ້າສານຈາກກຳປູເຈຍ ໄປຍັງ ສປ ຈີນ ບັນລຸ 120.000 ໂຕນ ເພີ່ມຂຶ້ນ 56% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງຕົວເລກການສົ່ງອອກດັ່ງກ່າວເທົ່າກັບ 22% ຂອງໂກຕາສົ່ງອອກເຂົ້າໄປຈີນ ໃນຈຳນວນ 400.000 ໂຕນ ໃນປີ 2022 ຕາມບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມກັບລັດຖະບານຈີນ.

ຂໍ້ມູນຈາກກະຊວງການຄ້າຂອງກຳປູເຈຍ ໃຫ້ຮູ້ວ່າ: ມູນຄ່າການຄ້າລະຫວ່າງກຳປູເຈຍ ແລະ ຈີນ ໃນປີ 2021 ເພີ່ມຂຶ້ນ 8 ຕື້ໂດລາສະຫະລັດ ຫຼື ເພີ່ມຂຶ້ນ 38,36% ເມື່ອທຽບກັບປີ 2020.