ແບັງ ໂກວິດ ມຸ່ຍອຸດົມເດດ ກັບການປ່ຽນແປງ ສ້າງແຮງບັນດານໃຈໃຫ້ຫຼາຍໆຄົນຫັນມາເບິ່ງແຍງຕົນເອງ

139

ເພື່ອເປັນກໍາລັງໃຈໃຫ້ກັບຄົນທີ່ຢາກຈະຫັນມາເບິ່ງແຍງຕົນເອງ, ຮັກຕົນເອງ ແລ້ວກັບມາເບິ່ງແຍງສຸຂະພາບ, ໃຫ້ເບິ່ງດີຂຶ້ນ, ແຂງແຮງຂຶ້ນ ແລະ ມີວິໄນໃນການກິນຫຼາຍຂຶ້ນ ແລະ ຈະພູມໃຈໃນຕົວເອງຫຼາຍຂຶ້ນດ້ວຍ ຖືໄດ້ວ່າເປັນແຮງບັນດານໃຈໃຫ້ກັບຄົນທີ່ຢາກມີຮູບຮ່າງ ແລະ ສັດສ່ວນທີ່ດີ ຕ້ອງເບິ່ງໜຸ່ມຄົນນີ້ເປັນແບບຢ່າງເລີຍ ເຊິ່ງເວລາຜ່ານໄປບໍ່ພໍເທົ່າ ແຕ່ສາມາດປ່ຽນແປງຕົນເອງໄດ້ຫຼາຍ ຈົນໃຜໄດ້ເຫັນເຊື່ອແນ່ວ່າຈະຕ້ອງຢາກຮູ້ເຄັດລັບຂອງໜຸ່ມຄົນນີ້ຢ່າງແນ່ນອນເລີຍ.

ເຮົາຈະເຫັນໄດ້ເຖິງການປ່ຽນແປງ ສໍາລັບໜຸ່ມຄົນນີ້ ຫຼໍ່, ເບິ່ງດີ, ຫຸ່ນເປະ ຈົນສາວໆເຫັນຈົນໃຈລະລາຍໄປຕາມກັນ ບໍ່ຮັກມື້ນີ້ແລ້ວມື້ໜ້າຈະເສຍໃຈປະມານນີ້ ສໍາລັບໜຸ່ມແບັງ ໂກວິດ ມຸ່ຍອຸດົມເດດ ໜຶ່ງໃນຜູ້ເຂົ້າປະກວດ ຈາກເວທີ Mister Laos Mister International Laos2021 ເຊິ່ງແຟນຂ່າວບັນເທີງກໍຈະໄດ້ເຫັນການປ່ຽນແປງທີ່ດີຂຶ້ນເລື້ອຍໆຂອງໜຸ່ມຄົນນີ້ ທີ່ຕັ້ງແຕ່ການເຂົ້າຮ່ວມປະກວດຈົນຜ່ານເຂົ້າຮອບເລິກພໍສົມຄວນ ແລະ ໃນຕອນນີ້ຍິ່ງເຫັນການປ່ຽນແປງທີ່ຊັດເຈນຂຶ້ນເລື້ອຍໆ.

ທີມຂ່າວບັນເທີງໄດ້ມີໂອກາດສໍາພາດ ໜຸ່ມແບັງວ່າ: ແຮງບັນດານໃຈຂອງແບັງເອງໃນການກັບມາເບິ່ງແຍງຕົນເອງກໍຄື ສ່ວນຫຼາຍແມ່ນຕົວເອງຮູ້ສຶກວ່າມີປົມດ້ອຍກວ່າຄົນອື່ນຫຼາຍໆຢ່າງ ແຕ່ກໍເປັນຄົນມັກກິນແດ່ ເມື່ອກ່ອນເຄີຍກິນແຕ່ອາຫານທີ່ຕົວມັກ ຫຸ່ນເລີຍພັງ ແລ້ວຫຼາຍໆຢ່າງກໍເລີຍພັງໄປໝົດ ຕຸ້ຍ, ໂຕໃຫຍ່, ແຟນກໍຖິ້ມ ເລີຍກັບມາຫຼິ້ນກີລາ ແຕ່ຫຼິ້ນແນວໃດກໍບໍ່ລົງ ຫຸ່ນບໍ່ຄືນ ເລີຍຫັນມາປ່ຽນແປງເລື່ອງອາຫານ, ການກິນເພື່ອສຸຂະພາບ ແລະ ຫຸ່ນທີ່ດີ, ກິນອາຫານເສີມ, ດື່ມກາເຟ ແລະ ກິນວິຕາມິນ ຮັກຕົວເອງ ອອກກຳລັງກາຍເປັນປະຈຳ ແລ້ວເຮັດໃຫ້ມັນເປັນກິດຈະວັດປະຈຳວັນຂອງເຮົາ ເພາະບອກຕົວເອງສະເໝີວ່າ : “ ອະດີດ ເຮົາປ່ຽນມັນບໍ່ໄດ້ ແຕ່ປັດຈຸບັນເຮົາສ້າງມັນໄດ້ ”.

ຫຼັງຈາກທີ່ກັບມາເບິ່ງແຍງຕົວເອງແບບນີ້ ສັງເກດໄດ້ເລີຍວ່າມີສິ່ງທີ່ດີໆເກີດຂຶ້ນກວ່າແຕ່ກ່ອນ ກໍຄືມີຄວາມໝັ້ນໃຈໃນຕົວເອງຫຼາຍຂຶ້ນ, ກ້າສະແດງອອກຫຼາຍຂຶ້ນ ແລະ ກ້າຕັດສິນໃຈຫຼາຍໆຢ່າງ ເພື່ອກ້າວໄປເປັນຜູ້ໃຫຍ່ ແບັງເອງຂໍຝາກສໍາລັບຜູ້ທີ່ຢາກຫັນມາເບິ່ງແຍງຕົນເອງວ່າບໍ່ມີຄຳວ່າຊ້າ ສຳລັບໃຜທີ່ຈະເລີ່ມປ່ຽນແປງຕົວເອງ ແຕ່ເລີ່ມຊ້າດີກ່ອນບໍ່ເລີ່ມເດີ.

ສຸດທ້າຍນີ້ ແບັງ ກໍຂໍຝາກຕິດຕາມຜົນງານຂອງແບັງເອງຜ່ານທາງເຟສບຸ໊ກ Bank Odd ແດ່ເດີ ແລະ ຕອນນີ້ກຳລັງສຶກສາເລື່ອງ ເວໂປຣຕິນ ຈະເຮັດມາຂາຍເປັນແບຣນຂອງຕົນເອງກໍຂໍຝາກສະໜັບສະໜູນກັນດ້ວຍ.

[ ຮູບ: Bank Odd ]