ອຸຍນີເຊັບເຕືອນ ເດັກນ້ອຍຜູ້ລີ້ໄພ ຊາວອູແກນ ສ່ຽງຕົກເປັນເຫຍື່ອຄ້າມະນຸດ

39

ອົງການອຸຍນີເຊັບ ອອກມາເຕືອນວ່າ: ເດັກນ້ອຍຊາວອູແກນ ທີ່ຕ້ອງກາຍເປັນຜູ້ລີ້ໄພຈາກຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ອູແກນ ກຳລັງປະເຊີນກັບຄວາມສ່ຽງຕົກເປັນ ເຫຍື່ອຂອງການຄ້າມະນຸດ ເຊິ່ງປັດຈຸບັນມີເດັກນ້ອຍປະມານ 1,5 ລ້ານຄົນ ໄດ້ຫຼົບໜີອອກຈາກອູແກນ, ໃນຈຳນວນນີ້ ປະມານ 500 ຄົນ ບໍ່ມີຜູ້ປົກຄອງຄອຍເບິ່ງແຍງ.

ຜູ້ອຳນວຍການອຸຍນີເຊັບ ປະຈຳພາກພື້ນເອີຣົບ ແລະ ອາຊີກາງ ກ່າວວ່າ: ເດັກນ້ອຍທີ່ຕ້ອງກາຍເປັນຜູ້ພັດຖິ່ນ ມີຄວາມສ່ຽງສູງທີ່ຈະຖືກພັດພາກຈາກຄອບຄົວ ແລະ ຖືກເອົາລັດເອົາປຽບ ຕະຫຼອດຮອດຄວາມສ່ຽງການຕົກເປັນເຫຍື່ອຂອງການຄ້າມະນຸດ, ພ້ອມທັງຮຽກຮ້ອງໃຫ້ລັດຖະບານປະເທດຕ່າງໆ ຈົ່ງວາງມາດຕະການເພື່ອຊ່ວຍເຫຼືອພວກເຂົາເຫຼົ່ານັ້ນໃຫ້ປອດໄພ.