ສະພາການຄ້າເຊັນສັນຍາກັບ 4 ບໍລິສັດຫຼັກຊັບ ສຸມສ້າງຄວາມເຂັ້ມແຂງໃຫ້ສະມາຊິກ

97

ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ກັບບັນດາສະມາຊິກ ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຄຽງຄູ່ກັບການຮ່ວມມືໃນການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບວຽກງານຕະຫຼາດຫຼັກຊັບ ທັງເປັນການຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດ ໃນສະພາການຄ້າ ແລະ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເຂົ້າເຖິງການຈົດທະບຽນໃນຕະຫຼາດຫຼັກຊັບລາວ ໃຫ້ນັບມື້ເພີ່ມຂຶ້ນ.

ໃນວັນທີ 19 ມີນາ 2022 ທີ່ສູນການຄ້າວຽງຈັນເຊັນເຕີ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຕາງໜ້າໂດຍທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ເທບສະຫວັນ ກິຕິຍະວົງ ຜູ້ອຳນວຍການ ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ; ທ່ານ ອານຸກອນ ສຸທຳມະວົງ ຜູ້ອຳນວຍການ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ; ທ່ານ ພອນເພັດ (ລີ ຫຼິນ) ຜູ້ອຳນວຍການ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ; ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ຕາງໜ້າຈາກບັນດາບໍລິສັດຫຼັກຊັບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ທັງ 4 ບໍລິສັດນີ້ ແມ່ນຈະໄດ້ເຂົ້າໄປສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງໃຫ້ບັນດາຫົວໜ່ວຍທຸລະກິດ ໃນບັນດາສະມາຊິກ (ສຄອຊ) ຫຼື ອາດນຳໄປສູ່ບໍລິສັດທີ່ສົນໃຈເຂົ້າຕະຫຼາດຫຼັກຊັບໃນຕໍ່ໜ້າ ເຊິ່ງຄວາມສຳຄັນຂອງບໍລິສັດທີ່ເຂົ້າຕະຫຼາດຫຼັກຊັບແມ່ນມີຜົນປະໂຫຍດຫຼາຍຢ່າງດ້ານການຄ້າ, ຄວາມໜ້າເຊື່ອຖື ແລະ ດ້ານອື່ນໆ.
ດັ່ງນັ້ນ 4 ບໍລິສັດ ທີ່ໄດ້ເຊັນສັນຍາໃນມື້ນີ້ແມ່ນຈະໄດ້ຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນການສ້າງຜົນປະໂຫຍດໃຫ້ແກ່ບໍລິສັດທີ່ເປັນສະມາຊິກສະພາການຄ້າ ແລະ ອຸດສາຫະກຳການຄ້າໄດ້ຫຼາຍທີ່ສຸດ.

ທ່ານ ເທບສະຫວັນ ກິຕິຍະວົງ ຜູ້ອຳນວຍການ ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ຕາງໜ້າໃຫ້ທັງ 4 ບໍລິສັດຫຼັກຊັບ ໄດ້ກ່າວວ່າ: ຜ່ານມາທາງພວກເຮົາກໍ່ໄດ້ຫາລືກັບສະພາການຄ້າ ແລະ ອຸດສາຫະກຳການຄ້າແຫ່ງຊາດ ເພື່ອຈະຊ່ວຍບັນດາຫົວໜ່ວຍທຸລະກິດ ທີ່ເປັນສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ມີຄວາມສາມາດໃນການລະດົມທຶນໃນຕະຫຼາດທຶນ ຫຼື ກ້າວໄປສູ່ການຈົດທະບຽນໃນຕະຫຼາດຫຼັກຊັບລາວ, ເຊິ່ງຈຸດປະສົງແມ່ນບັນດາບໍລິສັດຈະເຂົ້າໄປຊ່ວຍເປັນທີ່ປຶກສາດ້ານການເງິນໃຫ້ບັນດາວິສາຫະກິດທີ່ເປັນສະມາຊິກສະພາການຄ້າ ໂດຍສະເພາະແມ່ນ SME ເພື່ອສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ.

ພ້ອມນີ້ຍັງຈະຊ່ວຍໃນການເປັນວິທະຍາກອນໃນງານສຳມະນາຕ່າງໆທີ່ສະພາການຄ້າຈັດ ແລະ ຈະຮ່ວມກັບສະພາການຄ້າຈັດສຳມະນາຕ່າງໆໃຫ້ແກ່ຜູ້ລົງທຶນ ໂດຍເນັ້ນໃສ່ບໍລິສັດ ກັບ ຕະຫຼາດທຶນ. ຄາດວ່າຫຼັງຈາກການເຊັນ MOU ຄັ້ງນີ້ໄປແລ້ວ ຈະມີການຕັ້ງຄະນະຮ່ວມກັນທັງ 2 ຝ່າຍ ອັນເຮັດໃຫ້ວຽກຕ່າງໆ ແລະ ການວາງແຜນໃນການປະຕິບັດວຽກໃຫ້ເດີນໜ້າໄປໄດ້ ແລະ ຫວັງຢ່າງຍິ່ງວ່າ ການເຊັນສັນຍາເອົາບໍລິສັດຫຼັກຊັບເຂົ້າມາຊ່ວຍຄັ້ງນີ້ຈະເຮັດສະມາຊິກສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວສາມາດພັດທະນາສັກກະຍາພາບ ແລະ ສ້າງຄວາມເຂັ້ມແຂງໄດ້ເປັນກ້າວໆ ພ້ອມທັງຄາດວ່າຈະມີບໍລິສັດທີ່ເປັນສະມາຊິກສະພາການຄ້າເຂົ້າມາຈົດທະບຽນເຂົ້າຕະຫຼາດທຶນນັບມື້ຫຼາຍຂຶ້ນ.