ນິວຊີແລນ ຫຼຸດພາສີນ້ຳມັນ ຊ່ວຍຄ່າຄອງຊີບຂອງປະຊາຊົນ

141

ສຳນັກຂ່າວຊິນຮວາລາຍງານໃນວັນທີ 14 ມີນາຜ່ານມາວ່າ: ລັດຖະບານນິວຊີແລນ ກຽມຫຼຸດພາສີອາກອນນ້ຳມັນເຊື້ອໄຟລົງປະມານ 25 ເຊັນນິວຊີແລນຕໍ່ລິດ ເປັນໄລຍະເວລາ 3 ເດືອນ ເຊິ່ງເປັນສ່ວນໜຶ່ງຂອງມາດຕະການຊ່ວຍເຫຼືອຄ່າຄອງຊີບຂອງປະຊາຊົນ.

ນາຍົກລັດຖະມົນຕີນິວຊີແລນ ເປີດເຜີຍວ່າ: ລັດຖະບານຈະຫຼຸດພາສີອາກອນນ້ຳມັນເຊື້ອໄຟ ແລະ ຄ່າທຳນຽມທາງລົງ 25 ເຊັນນິວຊີແລນ ໂດຍມີຜົນນັບແຕ່ວັນທີ 15 ມີນາເປັນຕົ້ນໄປ. ນອກຈາກນີ້, ຍັງຈະຫຼຸດຄ່າໂດຍສານໃນລະບົບຂົນສົ່ງສາທາລະນະລົງເຄິ່ງໜຶ່ງ ໂດຍຈະມີຜົນແຕ່ວັນທີ 1 ເມສາເປັນຕົ້ນໄປ ໂດຍເປັນສ່ວນໜຶ່ງຂອງມາດຕະການຫຼຸດຄ່າໃຊ້ຈ່າຍພາກຄົວເຮືອນລົງ ໂດຍສະເພາະຜູ້ທີ່ມີລາຍໄດ້ປານກາງ ແລະ ຕ່ຳ.

ທັງນີ້, ລັດຖະບານນິວຊີແລນ ຫວັງວ່າການຫຼຸດຄ່າໂດຍສານສາທາລະນະລົງ ຈະເປັນທາງເລືອກໜຶ່ງໃຫ້ແກ່ປະຊາຊົນຫັນມາໃຊ້ລົດຂົນສົ່ງສາທາລະນະເພີ່ມຂຶ້ນ ຫຼັງລາຄານ້ຳມັນໃນຕະຫຼາດໂລກເພີ່ມຂຶ້ນ.