ຄາດເສດຖະກິດ ອີຢູ ຈະຂະຫຍາຍຕົວຊ້າລົງ

46

ສຳນັກຂ່າວຕ່າງປະເທດລາຍງານວ່າ ໂກແມນແຊັກ ຄາດການວ່າ ຖ້າຫາກວ່າຣັດເຊຍຈຳກັດ ຫຼື ຢຸດຕິການສົ່ງແກັສທຳມະຊາດໃຫ້ເອີຣົບ ຈະສົ່ງຜົນກະທົບຕໍ່ເສດຖະກິດຢູໂຣໂຊນ, ຂະນະທີ່ອັດຕາເງິນເຟີ້ຈະເພີ່ມຂຶ້ນ.
ໂກແມນແຊັກ ລະບຸວ່າ: ປັດຈຸບັນເອີຣົບໄດ້ນຳໃຊ້ແກັສທຳມະຊາດໃນການຜະລິດພະລັງງານ ປະມານ 25% ແລະ ຣັດເຊຍເປັນຜູ້ສົ່ງອອກແກັສ 1/3 ຂອງເອີຣົບ, ດັ່ງນັ້ນຜົນກະທົບໃດໆທີ່ເກີດຂຶ້ນຕໍ່ການນຳເຂົ້າແກັສທຳມະຊາດຂອງເອີຣົບ ຈຶ່ງສົ່ງຜົນກະທົບຢ່າງຮຸນແຮງຕໍ່ຜົນຜະລິດທາງເສດຖະກິດ ແລະ ອັດຕາເງິນເຟີ້ໃນຢູໂຣໂຊນໄດ້.

ຫົວໜ້ານັກເສດຖະສາດຂອງໂກແມັນແຊັກ ກ່າວວ່າ: ຫຼັງຈາກປະເມີນຂໍ້ຈຳກັດຊັບພລາຍ ( ການສະໜອງ ) ແກັສທຳມະຊາດ ແລະ ແຮງກົດດັນເຊີງບວກຕໍ່ມູນຄ່າເພີ່ມລວມ ( GVA ) ໃນຢູໂຣໂຊນ ແລະ ສະຫະຣາຊະອານາຈັກແລ້ວ, ພວກເຮົາຄາດວ່າລາຄາແກັສທີ່ສູງຂຶ້ນ ຈະສົ່ງຜົນໃຫ້ລວມຍອດຜະລິດຕະພັນພາຍໃນຫຼຸດລົງ 0,6% ສຳລັບຢູໂຣໂຊນ ແລະ ຫຼຸດລົງ 0,1% ສຳລັບສະຫະຣາຊະອານາຈັກ ເມື່ອທຽບກັບການປະເມີນຄັ້ງຜ່ານມາຂອງໂກແມັນແຊັກ, ຖ້າຫາກວ່າການສະໜອງແກັສບໍ່ປະສົບບັນຫາເພີ່ມຕື່ມ.

ຫົວໜ້າທີມນັກເສດຖະສາດຈາກໂກແມນແຊັກ ກ່າວອີກວ່າ: ເຢຍລະມັນ ເຊິ່ງເປັນປະເທດທີ່ນຳເຂົ້າແກັສທຳມະຊາດຈາກຣັດເຊຍຫຼາຍທີ່ສຸດ ອາດຈະໄດ້ຮັບຜົນກະທົບຫຼາຍກວ່າປະເທດອື່ນໆ ໂດຍຄາດວ່າເສດຖະກິດຂອງເຢຍລະມັນຈະຂະຫຍາຍຕົວຊ້າລົງເຖິງ 0,9%. ແຕ່ຖ້າຫາກວ່າໃນກໍລະນີທີ່ຣັດເຊຍຢຸດຕິການສົ່ງແກັສທຳມະຊາດໃຫ້ແກ່ເອີຣົບທັງໝົດ, ຕົວເລກຈີດີພີຂອງຢູໂຣໂຊນ ອາດຫຼຸດລົງເຖິງ 2,2% ໃນປີນີ້ ໂດຍຄາດວ່າເສດຖະກິດຂອງເຢຍລະມັນ ແລະ ອິຕາລີ ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ ເຊິ່ງຕົວເລກ ຈີດີພີ ອາດຈະຫຼຸດລົງ 3,4% ແລະ 2,6% ຕາມລຳດັບ.