ຣັດເຊຍ ໂຈະການສົ່ງແກັສຜ່ານທໍ່ຢາມາລ-ເອີຣົບ

168

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ມີນາຜ່ານມາວ່າ: ການສົ່ງແກັສຜ່ານທໍ່ຢາມາລ-ເອີຣົບ (Yamal-Europe) ຈາກຣັດເຊຍໄປຍັງເອີຣົບ ມີປະລິມານ 17,5 ລ້ານກິໂລວັດຕໍ່ຊົ່ວໂມງ ທີ່ຈຸດສູບຈ່າຍມັລນາວ ( Mallnow ) ເປັນເວລານານຕໍ່ເນື່ອງປະມານ 10 ຊົ່ວໂມງ ກ່ອນຈະໂຈະການສົ່ງແກັສໄວ້ກ່ອນ ເມື່ອທ້າຍອາທິດຜ່ານມາ.

ຂະນະທີ່ບໍລິສັດແກັສ ພຣອມ ເຊິ່ງເປັນລັດວິສາຫະກິດດ້ານແກັສທຳມະຊາດລາຍໃຫຍ່ທີ່ສຸດຂອງໂລກຈາກຣັດເຊຍ ຢືນຢັນວ່າ ຍັງສົ່ງແກັສຕາມປົກກະຕິ ໂດຍເບື້ອງຕົ້ນຈະສົ່ງໃນປະລິມານ 6,4 ລ້ານກິໂລວັດຕໍ່ຊົ່ວໂມງ ພາຍໃນໄລຍະເວລາ 24 ຊົ່ວໂມງ ເພື່ອສົ່ງແກັສ ໄປຍັງເອີຣົບ.

ທັງນີ້ ທໍ່ສົງແກັສ Yamal-Europe ມີໄລຍະທາງຍາວປະມານ 4.107 ກິໂລແມັດ ຈາກແຫຼ່ງແກັສຂອງຣັດເຊຍ ຜ່ານເບລາຣຸສ ໄປຍັງເຢຍລະມັນ ແລະ ໂປໂລຍ. ປັດຈຸບັນປະມານ 40% ຂອງແກັສທຳມະຊາດທີ່ໃຊ້ໃນເອີຣົບ ມາຈາກຣັດເຊຍ ແລະ ປະມານ 15% ຂອງປະລິມານດັ່ງກ່າວສົ່ງຜ່ານທໍ່ Yamal-Europe.