ແພງເດ ຫຼໍ່ແຖມມີນໍ້າໃຈຊ່ວຍເຫຼືອສັງຄົມ ອາສຸນ ສົມແພງ Mister Laos 2021

80

ຕາແພງເດ ໜຸ່ມຫລໍ່ແຖມນ້ຳໃຈງາມ ເຈົ້າຂອງຕໍາແໜ່ງ Mister Laos 2021  ຫຼ້າສຸດໄດ້ໄປມອບເຄື່ອງ ອຸປະໂພກ – ບໍລິໂພກ ແລະ ຜ້າປິດປາກ ແລະ ນໍ້າດື່ມມອບໃຫ້ແດ່ ອາສາກູ້ໄພນະຄອນຫຼວງວຽງຈັນ1624 ທັງນີ້ກໍແມ່ນເພື່ອເປັນການໃຫ້ກຳລັງໃຈອ້າຍນ້ອງ ອາສາກູ້ໄພ ທັງເປັນການຊຸກຍູ້ວຽກງານໃນການປະຕິບັດໜ້າທີ່ໃນການຊ່ວຍເຫຼືອສັງຄົມອີກດ້ວຍ.

ເຊິ່ງໜຸ່ມຫຼໍ່ນໍ້າໃຈງາມທີ່ເຮົາກໍາລັງເວົ້າເຖິງຢູ່ນີ້ກໍແມ່ນນ້ອງ  ສົມແພງ ລາວເຊີງ ຫຼື ອາສຸນ Mister Laos 2021 ນີ້ເອງ ເຊິ່ງປັດຈຸບັນນີ້ແມ່ນອາຍຸ 23ປີ ເປັນຄົນພື້ນຖານທາງ ເມືອງຍອດອູ ແຂວງ ຜົ້ງສາລີ ໂດຍການໄປມອບເຄື່ອງຊ່ວຍເຫຼືອເທື່ອນີ້ ອາສຸນ ກໍໄດ້ໂພສຜ່ານເຟສບຸກສ່ວນຕົວຂອງຕົນເອງ ໂດຍເວົ້າວ່າ:

ນ້ຳໃຈເລັກໆນ້ອຍໆ ຊ່ວຍເຫຼືອອາສາກູ້ໄພນະຄອນຫຼວງວຽງຈັນ1624 Mister Laos  Mister International Laos, ນ້ຳ200ແກັດ, ຜ້າປິດປາກ15.000 ຊິ້ນ ແລະ ໝີ່10ແກັດ ພາລະກິດຕໍ່ໄປແມ່ນໄປມອບເຄື່ອງຊ່ວຍເຫຼືອທີ່ແຂວງຜົ້ງສາລີ..ໃຜທີ່ມີນ້ຳໃຈຢາກຊ່ວຍເຫຼືອອຸປະກອນການຮຽນ , ເຄື່ອງນຸ່ງຫົ່ມ, ອາຫານແຫ້ງ ແລະ ອຸປະກອນອື່ນໆ.. ສາມາດສົມທົບຮ່ວມກັບພວກເຮົາໄດ້.

ການຊ່ວຍເຫຼືອເທື່ອນີ້ ກໍໄດ້ມີແຟນໆເວທີຊາຍງາມເຂົ້າມາສະແດງຄວາມຄິດເຫັນ ພ້ອມທັັງຍ້ອງຍໍຊົມເຊີຍໜຸ່ມອາສຸນເປັນຈໍານວນຫຼາຍເລີຍ ເຊື່ອແນ່ວ່າແຟນໆແມ່ນປື້ມໃຈ ການການຊ່ວຍເຫຼືອສັງຄົມຢ່າງແນ່ນອນ ແລະ ຖ້າຫາກໃຜຢາກສົມທົບຮ່ວມເຮັດບຸນ ຊ່ວຍເຫຼືອສັງຄົມແບບນີ້ຮ່ວມກັບໜຸ່ມ ອາສຸນ ກໍສາມາດຕິດຕໍ່ຫານ້ອງໄດ້ເລີຍ.

ສໍາລັບໜຸ່ມຄົນນີ້ກໍແມ່ນມີຜົນງານຢ່າງຫຼາກຫຼາຍຜ່ານມາແລ້ວໃນວົງການບັນເທີງ ບໍ່ວ່າຈະເປັນເດີນແບບ, ຖ່າຍແບບ, ສະແດງເອັມວີ ແລະ ງານຣີວິວຕ່າງໆ ເຊິ່ງກໍເປັນອີກໜຶ່ງຄົນທີ່ມີທັງຄວາມຫຼໍ່ ແລະ ຄວາມສາມາດ ສ້າງສັນຜົນງານຕ່າງໆມາປະດັບວົງການບັນເທີງລາວເຮົາ

ອາສຸນມີຄະຕິປະຈໍາໃຈວ່າ: “ທຸກໆອຸປະສັກ ຍ່ອມມີທາງອອກສະເໝີ”.

ກິດຈະກຳຍາມວ່າງທີ່ມັກເຮັດ ແມ່ນການການຮັກສາສຸຂະພາບຮ່າງກາຍ ການມັກອອກໄປຟີດເນັດນຳໝູ່ອາ ທິດ ລະ4-5ເທື່ອ, ສອນຟີດເນັດ ແລະ ສອນພາສາຈີນໃຫ້ກັບນ້ອງໆຜູ້ທີ່ສົນໃຈຮຽນພາສາຈີນອີກດ້ວຍ ທຸກຄົນສາມາດເຂົ້າໄປຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງໜຸ່ມອາສຸນໄດ້ເລີຍທີ່ Asoun Mt ແລະ IG: a soun_vl.

[ ຮູບ: Asoun Mt ]