ຈີນ ເລີ່ມກູ້ຊາກເຮືອຍຸກຣາຊະວົງຊິງ ຈົມໃຕ້ທະເລນານກວ່າ 100 ປີ

243

ສຳນັກຂ່າວຊິນຮວາລາຍງານວ່າ: ປະຕິບັດການກອບກູ້ຊາກເຮືອອັບປາງທີ່ມີອາຍຸເກົ່າແກ່ 160 ປີ ເຊິ່ງເປັນຊາກເຮືອໄມ້ຂະໜາດໃຫຍ່ ທີ່ຄົ້ນພົບໃນນ່ານນ້ຳຈີນໄດ້ເລີ່ມຂຶ້ນແລ້ວເມື່ອວັນທີ 2 ມີນາຜ່ານມາ.

ລາຍາງນລະບຸວ່າ: ຊາກເຮືອດັ່ງກ່າວມີຊື່ວ່າ Yangtze No. 2 Ancient Shipwreck ເປັນເຮືອບັນທຸກສິນຄ້າໃນສະໄຫມຈັກະພັດຖົງຈື້ ແຫ່ງຣາຊະວົງຊິງ (ຄສ. 1862-1875) ຢູ່ພາຍໃນເຮືອມີວັດຖຸບູຮານເປັນຈຳນວນຫຼວງຫຼາຍ. ເຮືອລຳດັ່ງກ່າວໄດ້ຈົມຢູ່ໃຕ້ທະເລ ໃນນ່ານນ້ຳບໍລິເວນ ສັນດອນເຫີງຊາ ທາງທິດຕາເວັນອອກຂອງເກາະເຫີງຊາ ເຂດຊົງຫມິງ ນະຄອນຊຽງໄຮ້ ຂອງຈີນ.

ນັກບູຮານຄະດີໄດ້ກວດສອບພົບວ່າ ເຮືອລຳດັ່ງກ່າວມີຄວາມຍາວ 38,5 ແມັດ, ບ່ອນກວ້າງສຸດ (ບໍລິເວນກາງເຮືອ) ກວ້າງ 7,8 ແມັດ, ມີຫ້ອງໂດຍສານ 31 ຫ້ອງ ເຊິ່ງຢູ່ພາຍໃນເຮືອເຕັມໄປດ້ວຍວັດຖຸບູຮານ ເຊັ່ນ: ເຄື່ອງປັ້ນລາຍຄາມ ທີ່ຜະລິດໃນຈິ່ງເຕີ້ເຈິ້ນ ເຊິ່ງໄດ້ຮັບການຂະໜານນາມວ່າ ເປັນ “ນະຄອນແຫ່ງເຄື່ອງລາຍຄາມ” ທີ່ມີຊື່ສຽງລະດັບໂລກ ຢູ່ໃນແຂວງຈຽງຊີ ທາງທິດຕາເວັນອອກຂອງຈີນ.