ຈີນ ຍັງເປັນສູນກາງການຜະລິດສິນຄ້າ ໃຫຍ່ທີ່ສຸດຂອງໂລກ 12 ປີຕິດຕໍ່ກັນ

81

ສຳນັກຂ່າວຊິນຮວາລາຍງານໃນວັນທີ 28 ກຸມພາຜ່ານມາວ່າ: ສປ ຈີນ ຍັງຮັກສາສະຖານະເປັນປະເທດສູນກາງການຜະລິດສິນຄ້າຂະໜາດໃຫຍ່ທີ່ສຸດຂອງໂລກເປັນປີທີ 12 ຕິດຕໍ່ກັນ.

ທ່ານ ຊຽວ ຢາຊິ່ງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີການສື່ສານ (MIIT) ຂອງຈີນເປີດເຜີຍວ່າ: ມູນຄ່າການຜະລິດໃນພາກການຜະລິດຂອງຈີນໃນປີ 2021 ຜ່ານມາ ເພີ່ມຂຶ້ນ 9,8% ເມື່ອທຽບປີຕໍ່ປີ ຢູ່ທີ່ 31,4 ລ້ານລ້ານຢວນ ຫຼື ປະມານ 4,97 ລ້ານລ້ານໂດລາສະຫະລັດ ກວມເອົາ 27,4% ຂອງຈີດີພີຂອງຈີນ. ການຜະລິດອຸດສາຫະກຳໄຮເທັກຂອງຈີນໃນປີຜ່ານມາ ເພີ່ມຂຶ້ນ 18,2% ເມື່ອທຽບກັບປີ 2020, ໃນຂະນະທີ່ການຜະລິດອຸປະກອນເພີ່ມຂຶ້ນ 12,9%.

ປັດຈຸບັນ ຈີນມີບໍລິສັດຂະໜາດໃຫຍ່ລະດັບຊາດ ຫຼາຍກວ່າ 4.700 ບໍລິສັດທີ່ກຳລັງຢູ່ໃນຂັ້ນຕອນຂອງການພັດທະນາ ໂດຍເນັ້ນດ້ານເຕັກໂນໂລຊີການສື່ສານຍຸກໃໝ່, ການຜະລິດອຸປະກອນຄຸນນະພາບດີ, ພະລັງງານໃໝ່, ວັດສະດຸໃໝ່, ໄບໂອເມດີຊິນ ແລະ ອື່ນໆ.

ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີການສື່ສານຂອງຈີນ ຍັງມີແຜນເພີ່ມການກະຕຸນການລົງທຶນໃນພາກອຸດສາຫະກຳການຜະລິດ ເພື່ອຍົກລະດັບເຕັກໂນໂລຊີການຜະລິດ, ພ້ອມທັງເລັ່ງກໍ່ສ້າງ ແລະ ຂະຫຍາຍໂຄງຂ່າຍ 5G ແລະ ໄຟເບີອ໊ອພຕິກກິກາບິດ.