ເປີດໂຕລົດບັນທຸກລຸ້ນ TERACO 300 ແຂງແຮງ ທົນທານ

200

ກຸ່ມບໍລິສັດໂຄລາວ ໄດ້ຈັດພິທີເປີດໂຕລົດບັນທຸກລຸ້ນໃໝ່ຫຼ້າສຸດ Daehun TERACO 300 ຂຶ້ນໃນວັນທີ 25 ກຸມພາ 2022 ທີ່ຕະຫຼາດລາວ ບ້ານສະພັງເມິກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງ ທ່ານ ໜູໄຊ ແຫວນສະຫວັນ CEO ບໍລິສັດ ໂອໂຕເວີນດ໌(ໂຄລາວ ດິວິລົບພິງ) ຈໍາກັດ ພ້ອມຜູ້ບໍລິຫານຂອງກຸ່ມບໍລິສັດໂຄລາວ.


ທ່ານ ໜູໄຊ ແຫວນສະຫວັນ ໄດ້ກ່າວວ່າ: Daehun TERACO 300 ເຊິ່ງແມ່ນລົດບັນທຸກ ຂະໜາດ 3 ໂຕນ ທີ່ບັນທຸກໄດ້ຫຼາຍກວ່າ ພ້ອມກັນນັ້ນ ມີຄວາມແຂງແຮງ ທົນທານ ແລະ ໝັ້ນໃຈໃນການບັນທຸກໄປຍັງທຸກໆແຫ່ງທົ່ວປະເທດ.
ບໍລິສັດ ໂຄລາວ ມີຄວາມໝັ້ນໃຈຕໍ່ລົດບັນທຸກ ແລະ ເຊື່ອໝັ້ນວ່າຄວາມເປັນຜູ້ນໍາຕະຫຼາດໃນປະເພດລົດບັນທຸກຂອງພວກເຮົາ ຈະສາມາດສ້າງປະກົດການໃໝ່ໆ ແລະ ສ້າງການຮັບຮູ້ລົດລຸ້ນໃໝ່ໆຂອງພວກເຮົາໄດ້ຢ່າງກວ້າງຂວາງ.


ທ່ານຍັງກ່າວຕື່ມວ່າ: Daehun TERACO 300 ມີຮູບໂສມໃໝ່ທີ່ມີເອກະລັກ ແລະ ມີສະມັດຕະພາບສູງ ໃຫ້ຄວາມສະດວກສະບາຍ ພ້ອມຮັບໃຊ້ປະຊາຊົນລາວ ທີ່ມີຄວາມຕ້ອງການບັນທຸກເຄື່ອງຂອງທຳມາຄ້າຂາຍໄດ້ຢ່າງສະບາຍ ດັ່ງນັ້ນ, ໝັ້ນໃຈວ່າ ດ້ວຍຄວາມໄວ້ວາງໃຈ ຕະຫຼອດ ໄລຍະທີ່ຜ່ານຂອງລົດບັນທຸກ ທຸກປະເພດຂອງບໍລິສັດໂຄລາວ ແລະ TERACO 300 ຈະເປັນລົດຄູ່ໃຈ ໃນທຸກການຂັບຂີ່ ແລະ ການບັນທຸກທີ່ເໝືອກວ່າສຳລັບທຸກໆທ່ານ ລົດບັນທຸກໃໝ່ຄັນຕໍ່ໄປ ຂອງທ່ານຕ້ອງ TERACO 300 ເທົ່ານັ້ນ.

TERACO 300 ຈາກທາງໂຄລາວແມ່ນ ທາງດ້ານນອກສັ່ງເກດເຫັນເຖິງຄວາມແຂງແຮງ ແລະ ຂະໜາດທີ່ໃຫຍ່ຂຶ້ນເມື່ອທຽບກັບລົດບັນທຸກທີ່ມີຂະໜາດໃກ້ຄຽງກັນ ເຊິ່ງອີກ ໜຶ່ງຈຸດເດັ່ນຂອງລົດລຸ້ນນີ້ແມ່ນ ມີກະບະທີ່ມີຂະໜາດໃຫຍ່ ແລະ ຍາວຂຶ້ນ ອີກສ່ວນໜຶ່ງແມ່ນລະບົບຊ່ວງລ່າງທີ່ແຂງແກ່ນ ມີຄວາມແຂງແຮງທົນທານເປັນພິເສດ ໃນການຮັບນໍ້າໜັກ ຢ່າງມີປະສິດທິພາບ ເຊິ່ງເໝາະກັບການໃຊ້ງານທີ່ຫຼາກຫຼາຍ ຫຼື ສາມາດບັນທຸກໄດ້ຫຼາຍກວ່າ 2,5 ໂຕນ.

ນອກນັ້ນການອອກແບບໂດຍລວມແມ່ນສວຍງາມ ມີຮູບຊົງທັນສະໄໝ ຕາໄຟດ້ານໜ້າທີ່ ໂດດເດັ່ນ. ສ່ວນຂອບລໍ້ລົດແມ່ນຈະເປັນຂອບຂະໜາດ 6.5R16, ເຄື່ອງຈັກແມ່ນຈັກກາຊວນ ລຸ້ນ D4BH (TCI) ດ້ວຍຄວາມແຮງ 2,476cc ແຮງບິດ 22.4/1700 ຄວາມແຮງສູງສຸດ 100/300 ເຊິ່ງມີປະສິດທິພາບໃນການປະຢັດນໍ້າມັນ ແຕ່ຍັງໃຫ້ຄວາມແຮງໄດ້ຢ່າງມີປະສິດທິພາບ.


ທາງດ້ານໃນຫ້ອງຂັບແມ່ນຈະມີຄວາມກວ້າງເປັນພິເສດສວຍງາມລົງໂຕກັບທຸກຟັງຊັ່ນຂອງການໃຊ້ງານ. ໜ້າຈໍຂະໜາດ7ນິ້ວ ພ້ອມກ້ອງຖອຍ ເພື່ອຮັບປະກັນຄວາມປອດໄພຂອງຜູ້ຂັບຂີ່ ສໍາລັບເບາະຈະເປັນຜ້າສວຍງາມ ພ້ອມກັບປັບລະດັບໄດ້ອີກດວ້ຍ. ອອບຊັນຈັດເຕັມດ້ວຍລາຄາພຽງແຕ່ 20.900ໂດລາສະຫະລັດ ສຳລັບລູກຄ້າທີ່ ສົນໃຈສາມາເຂົ້າມາສອບຖາມໄດ້ທີ່ຫ້ອງຂາຍໂຄລາວ ແລະ ໂຄລາວແຄ໌ທົ່ວປະເທດ ຫຼື ຈະເຂົ້າໄປທີ່ເຟດສ໌ບຸກ ໂຄລາວແຄ໌ ຫຼື ຕິດຕໍ່ໄປທີ່ ຄໍເຊັນເຕີ1888.

ຂ່າວ:ຈັນນະພາ