ອັງກິດ ຍົກເລີກມາດຕະການຄວບຄຸມໂຄວິດທັງໝົດ

68

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ໄດ້ລາຍງານຕໍ່ກອງປະຊຸມລັດຖະສະພາອັງກິດເມື່ອວັນທີ 21 ກຸມພາຜ່ານມາ (ຕາມເວລາທ້ອງຖິ່ນ) ວ່າ: ລັດຖະບານອັງກິດຈະປະກາດຍົກເລີກມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທັງໝົດໂດຍມີຜົນຕັ້ງແຕ່ວັນທີ 24 ກຸມພາ 2022 ເປັນຕົ້ນໄປ ແລະ ຈະຢຸດຕິການອອກຄ່າໃຊ້ຈ່າຍສຳລັບການກວດຫາເຊື້ອໂຄວິດໃຫ້ແກ່ປະຊາຊົນນັບຕັ້ງແຕ່ວັນທີ 1 ເມສາເປັນຕົ້ນໄປ.

ແນວໃດກໍຕາມ ນາຍົກລັດຖະມົນຕີອັງກິດໄດ້ຮຽກຮ້ອງໃຫ້ຜູ້ຕິດເຊື້ອ ແລະ ຜູ້ທີ່ສົງໄສ ຫຼື ເຂົ້ານິຍາມວ່າຕົນເອງຕິດເຊື້ອ ຈົ່ງກັກໂຕຢູ່ເຮືອນດ້ວຍຄວາມສະໝັກໃຈຕໍ່ໄປ ຢ່າງໜ້ອຍຮອດວັນທີ 1 ເມສາ 2022 ນີ້ ເຊິ່ງເປັນວັນທີ່ລັດຖະບານອັງກິດໃຫ້ຜູ້ຕິດເຊື້ອທຸກຄົນສະແດງຄວາມຮັບຜິດຊອບສ່ວນບຸກຄົນ ແລະ ເປັນວັນທີ່ລັດຖະບານຢຸດຕິການອອກຄ່າໃຊ້ຈ່າຍສຳລັບການກວດຫາເຊື້ອໂຄວິດ-19 ໃຫ້ແກ່ປະຊາຊົນ.

ຫຼັງຈາກນາຍົກອັງກິດປະກາດຍົກເລີກມາດຕະການດັ່ງກ່າວ ໄດ້ມີນັກເສດຖະສາດ ແລະ ນັກການເມືອງຝ່າຍຄ້ານບາງຄົນອອກມາເຕືອນວ່າ ການຍົກເລີກມາດຕະການທັງໝົດໃນຄັ້ງນີ້ ອາດຈະເຮັດໃຫ້ການຄວບຄຸມ ແລະ ການຄົ້ນຫາຜູ້ຕິດເຊື້ອບໍ່ມີປະສິດທິພາບ ແລະ ອາດສົ່ງຜົນໃຫ້ລະບົບຄຸ້ມກັນຂອງປະເທດຕໍ່ການແຜ່ລະບາດຂອງໄວຣັສອື່ນໆໃນອະນາຄົດອ່ອນແອລົງ.
ປັດຈຸບັນ ປະຊາກອນໃນໄວຜູ້ໃຫຍ່ຂອງອັງກິດໄດ້ສັກວັກຊີນເຂັມກະຕຸ້ນ (ເຂັມທີ 3) ແລ້ວກວມເອົາ 81%, ຂະນະທີ່ຜູ້ຕິດເຊື້ອໃໝ່ໄດ້ຫຼຸດລົງຫຼາຍອາທິດຕິດຕໍ່ກັນແລ້ວ ເຊິ່ງຫຼຸດລົງຈາກເກືອບ 2 ແສນຄົນຕໍ່ວັນ ຍັງເຫຼືອບໍ່ຮອດ 40 ພັນຄົນຕໍ່ວັນໃນຂະນະນີ້.