ສະແດງຄວາມຍິນດີດ້ວຍກັບສາວນ້ອຍໄວໃສ ປາວີນາ ສໍລະຈໍາປາ ຫຼື ອິ່ມມີ້ ເປັນທີ່ຮູ້ຈັກກັນດີໃນການປະກວດ Miss Teen Laos 2021 ຖືໄດ້ວ່າເປັນໂຕເຕັງຈາກເວທີ່ນີ້ເລີຍກໍວ່າໄດ້ ເພາະມີແຟນເຊຍຢ່າງໜັກໃຫ້ຕໍາແໜ່ງດວງດາວແຫ່ງຍຸກສະໄໝກໍຄື ການເປັນ Miss Teen Laos ປະຈໍາປີນັ້ນເອງ ແຕ່ມາຮອດຕອນນີ້ທາງກອງປະກວດຍັງບໍ່ທັນໄດ້ປະກາດຜົນເທື່ອ ສະນັ້ນຕ້ອງມາລຸ້ນນໍາກັນ
ຫຼ້າສຸດນີ້ ນ້ອງອິ່ມມີ້ ສາວນ້ອຍສຸດໜ້າຮັກ ມາພ້ອມກັບຄວາມເກັ່ງ ແລະ ຄວາມຮູ້ຄວາມສາມາດ ກໍເຮັດໃຫ້ແຟນໆໄດ້ຊື່ນໃຈອີກຄັ້ງ ຍ້ອນຄວາມຕັ້ງໃຈໃນການສຶກສາຮໍ່າຮຽນຈົນສາມາດຄວ້າທຶນລັດຖະບານ ສ.ເກົາຫຼີ ລະດັບປະລິນຍາຕີ ເຊິ່ງທຶນ 100%ເລີຍ ທີ່ມະຫາວິທະຍາໄລ HanYang University.
ສໍາລັບສາວນ້ອຍໄວໃສຄົນນີ້ເປັນອີກໜຶ່ງຄົນທີ່ຄວນເອົາແບບຢ່າງເລີຍ ເພາະເປັນຄົນທີ່ມີຄວາມຕັ້ງໃຈຮຽນດີ,ຮຽນເກັ່ງ ແລະ ຄວາມສາມາດຫຼາກຫຼາຍເລີຍ ບໍ່ວ່າຈະເປັນການເວົ້າທີ່ມີທັກສະ, ຮ້ອງເພງ, ເຕັ້ນ ແລະ ຫຼິ້ນກິລານໍາອີກ.
ປັດຈຸບັນ ອິ່ມມີ້ ແມ່ນອາຍຸ18ປີ ເປັນຄົນນະຄອນຫຼວງວຽງຈັນ ມີຄະຕິປະຈໍາໃຈຄື “Be proud of who you are”
ກິດຈະກໍາຍາມວ່າງແມ່ນຫຼິ້ນກິລາບານສົ່ງ-ດອກປີກໄກ່, ເບິ່ງໜັງອັງກິດ-ເກົາຫຼີເພື່ອເຝິກພາສາໄປນໍາ, ສ່ວນການແຕ່ງໂຕແບບສະບາຍໆ Casual look ຂໍຝາກໃຫ້ທຸກຄົນເປັນກໍາລັງໃຈໃຫ້ອິ່ມມີ້ ແລະ ຕິດຕາມຜົນງານນ້ອງໄດ້ຜ່ານທາງ ເຟສສ່ວນຕົວImmie Sorlachampa