ປີລະຄັ້ງ ກໍ່ຄຶກຄື້ນແນວນີ້ ບັນຍາກາດຊື້-ຂາຍ ດອກໄມ້ໃນມື້ວັນວາເລນທາຍ

50

ຢ່າງທີ່ຮູ້ກັນດີ 14 ກຸມພາ ວັນແຫ່ງຄວາມຮັກ ເຊິ່ງຖືວ່າເປັນມື້ທີ່ມີຄວາມໝາຍ ແລະ ຄວາມສຳຄັນ ໂດຍສະເພາະຄູ່ຮັກ ບ່າວ-ສາວ ທີ່ຈະສະແດງຄວາມຮັກຕໍ່ກັນ ເຊິ່ງສື່ໃຫ້ເຫັນຈາກການມອບຂອງຂວັນເຊິ່ງກັນ ແລະ ກັນ ເຊິ່ງມື້ນີ້ຈະເກັບພາບບັນຍາກາດທີ່ປະຊາຊົນມາຊື້ດອກໄມ້ໃນບາງຈຸດຂອງນະຄອນຫຼວງວຽງຈັນມາຝາກ.

ທີມຂ່າວເສດຖະກິດ-ການຄ້າໄດ້ໄປເບິ່ງບັນຍາກາດ ການຊື້-ຂາຍດອກໄມ້ໃນຕອນແລງຂອງວັນທີ 14 ກຸມພາ 2022 ເຂດດົງປ່າລານ ເວລາປະມານ 5:00 ເຊິ່ງສະຖານທີ່ແຫ່ງນີ້ປົກກະຕິເປັນເຂດຂາຍດອກໄມ້ຢູ່ແລ້ວ ຍິ່ງເປັນວັນສຳຄັນແບບນີ້ ບັນຍາກາດແມ່ນຄືກຄັກເປັນພິເສດ ມີຄົນເດີນທາງມາຊື້ດອກໄມ້ ຫຼື ຂອງຂວັນຢ່າງຄັບຄາໜາແໜ້ນ ດ້ວຍຄວາມຕັ້ງໃຈ ເພື່ອຈະນຳໄປມອບກັບຄົນທີ່ຮັກ.


ຈາກການທີ່ໄດ້ສຳພາດຜູ້ຂາຍ ແລະ ມາຊື້ດອກໄມ້ນັ້ນ ເວົ້າເປັນສຽງດຽວກັນວ່າ ປີນີ້ຖືວ່າຄຶກຄື້ນຫຼາຍ ແລະ ທຸກຄົນໃຫ້ຄວາມສຳຄັນກັບວັນດັ່ງກ່າວຢ່າງເລິກເຊິ່ງ ເຊິ່ງດອກໄມ້ເປັນພຽງສິ່ງຂອງກໍ່ຈີງ ແຕ່ວ່າມັນສື່ໃຫ້ເຫັນເຖິງຄວາມຮັກທີ່ມີຕໍ່ກັນ.

ຈາກທີ່ແມ່ຄ້າທ່ານໜຶ່ງໃຫ້ສຳພາດວ່າ: ໃນວັນວາເລນທາຍປີ້ນີ້ນັ້ນ ດອກໄມ້ທີ່ເຫັນວ່າເປັນທີ່ນິຍົມຂອງປະຊາຊົນ ແມ່ນສີແດງທີ່ເຫັນວ່າ ໄດ້ຂາຍດີກວ່າສີອື່ນໆ ເຊິ່ງມີລູກຄ້າໂທຈອງລ່ວງໜ້າ ແລະ ມີທັງມາເບິ່ງໜ້າຮ້ານເລີຍກໍ່ມີ ແລະ ຊ່ວງວາເລນທາຍນີ້ໄດ້ຂາຍດີເປັນພິເສດ.

ແນວໃດກໍ່ຕາມສຳລັບຂອງຂວັນວັນວາເລນທາຍນີ້ ຫາກຜູ້ໃດທີ່ບໍ່ໄດ້ ຫຼື ບໍ່ທັນມີຄົນທີ່ໃຫ້ກໍ່ບໍ່ຕ້ອງເສຍໃຈ ເພາະວ່າຄວາມຮັກທີ່ແທ້ຈິງບໍ່ໄດ້ວັດທີ່ວັດຖຸສິ່ງຂອງ ນອກກາຍ ແຕ່ມັນຄືຄວາມຮັກທີ່ອອກຈາກໃຈ ທີ່ມີໃຫ້ກັນຢ່າງສະເໝີຕົ້ນສະເໝີປາຍ ໃນວັນທີ່ເຮົາຕ້ອງການຄົນມາຢູ່ຄຽງຂ້າງຫຼາຍກວ່າ.