ຈີນ ຄຸມເຂັ້ມ ຝາກ-ຖອນເງິນເກີນ 50 ພັນຢວນ ຕ້ອງແຈ້ງທີ່ມາທຸກຄັ້ງ

109

ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານແຫ່ງຊາດຈີນ ປະກາດອອກລະບຽບໃໝ່ ມີຜົນນັບແຕ່ວັນທີ 1 ມີນາ 2022 ເປັນຕົນໄປ ໂດຍລະບຽບໃໝ່ລະບຸວ່າ ການຝາກ ຫຼື ຖອນເງິນອອກຈາກທະນາຄານໃນຈີນທີ່ມີມູນຄ່າເກີນ 50.000 ຢວນ/ຄັ້ງ ໃຫ້ເປັນໜ້າທີ່ຂອງທະນາຄານທຸລະກິດທີ່ຈະຕ້ອງກວດສອບຂໍ້ມູນ ແລະ ແຫຼ່ງທີ່ມາຂອງເງິນ ລວມທັງຈຸດປະສົງໃນການຖອນເງິນໃຫ້ຊັດເຈນ ໂດຍສະເພາະກວດສອບຂໍ້ມູນຂອງລູກຄ້າ ໃຫ້ແຈ້ງແຫຼ່ງທີ່ມາ ຫຼື ຈຸດປະສົງຂອງການຖອນເງິນອອກທຸກຄັ້ງ.

ທັງນີ້ ລະບຽບໃໝ່ຫວັງຄຸມເຂັ້ມ ປ້ອງກັນການຟອກເງິນ ໂດຍນັກວິເຄາະດ້ານການເງິນອະທິບາຍວ່າ ເງິນສົດທີ່ບໍ່ລະບຸຊື່ ແລະ ບໍ່ສາມາດຕິດຕາມໄດ້ ເຊິ່ງຜູ້ທີ່ຖືເງິນສົດຈຳນວນຫຼວງຫຼາຍມັກນຳໃຊ້ໄປໃນທາງທີ່ຜິດກົດໝາຍ (ນຳໃຊ້ເຂົ້າໃນການຟອກເງິນ), ຫຼົບຫຼີກພາສີ ແລະ ກິດຈະກຳອື່ນໆທີ່ຜິດກົດໝາຍ ເປັນອັນຕະລາຍຕໍ່ລະບົບເສດຖະກິດ ແລະ ການເງິນຂອງປະເທດ.

ດັ່ງນັ້ນ ຄະນະກຳມະການຄຸ້ມຄອງດ້ານການເງິນ ຈຶ່ງອອກລະບຽບໃໝ່ຕາມາດຕະຖານສາກົນ, ປັບປຸງຂໍ້ກຳນົດທີ່ກ່ຽວຂ້ອງກັບການກວດສອບ ວິເຄາະສະຖານະຂອງລູກຄ້າ ເຊິ່ງຈະເປັນຜົນດີຕໍ່ລະບົບການປ້ອງກັນ ແລະ ປາບປາມການຟອກເງິນ ແລະ ປາບປາມການໃຊ້ເງິນສົດທີ່ຜິດກົດໝາຍ.