ມື້ນີ້ພົບຜູ້ຕິດເຊື້ອໂຄວິດໃໝ່ 334 ຄົນ, ຫົວພັນ 58 ຄົນ

81

ຄະນະສະເພາະກິດ. ກະຊວງສາທາລະນະສຸກ, ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 12 ກຸມພາ ປີ 2022 ວ່າວັນທີ 11 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 3.409 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 334 ຄົນ (ຕິດເຊື້ອພາຍໃນ 330 ຄົນ ແລະ ນໍາເຂົ້າ 4 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 330 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ຫົວພັນ 58 ຄົນ, ໄຊຍະບູລີ 57 ຄົນ, ຊຽງຂວາງ 48 ຄົນ, ນະຄອນຫຼວງ 45 ຄົນ, ສະຫັວນນະເຂດ 24 ຄົນ, ຜົ້ງສາລີ 21 ຄົນ, ໄຊສົມບູນ 17 ຄົນ, ອັດຕະປື 14 ຄົນ, ບໍລິຄໍາໄຊ 12 ຄົນ
ຄໍາມ່ວນ 8 ຄົນ, ຫຼວງພະບາງ 7 ຄົນ, ສາລະວັນ 6 ຄົນ, ຈໍາປາສັກ 5 ຄົນ, ວຽງຈັນ 4 ຄົນ, ຫຼວງນໍ້າທາ 2 ຄົນ, ບໍ່ແກ້ວ 1 ຄົນ ແລະ ເຊກອງ 1 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ ທັງໝົດຈາກ ສະຫວັນນະເຂດ 1 ຄົນ ແລະ ຈຳປາສັກ 3 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 138.765 ຄົນ, ອອກໂຮງໝໍວານນີ້ 92 ຄົນ, ກຳລັງປິ່ນປົວ 3.832 ຄົນ ແລະ ເສຍຊີວິດ ທັງໝົດ 591ຄົນ (ເສຍຊິວິດໃໝ່ 03 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ນະຄອນຫຼວງວຽງຈັນ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຫົວພັນ 1 ຄົນ.