ມຽນມາ ຍິນດີໃຫ້ທູດພິເສດຂອງອາຊຽນພົບສະມາຊິກພັກ NLD

41

ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍ ເປີດເຜີຍວ່າ ທ່ານ ພົນເອກອາວຸໂສ ມິນ ອອງ ລາຍ ປະທານສະພາບໍລິຫານແຫ່ງລັດມຽນມາ ຍິນດີໃຫ້ທູດພິເສດຂອງອາຊຽນ ຈາກກຳປູເຈຍ ໃນຖານະປະທານໝູນວຽນອາຊຽນຢ້ຽມຢາມມຽນມາ ພ້ອມກັບອະນຸຍາດໃຫ້ເຂົ້າພົບປະຫາລືກັບສະມາຊິກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ໃນການເດີນທາງຢ້ຽມຢາມມຽນມາໃນອະນາຄົດອັນໃກ້ນີ້.

ການໃຫ້ຄຳໝັ້ນສັນຍາດັ່ງກ່າວມີຂຶ້ນໃນການພົບປະທາງໄກກັບ ສົມເດດຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ເມື່ອບໍ່ດົນມານີ້ ເຊິ່ງສະແດງໃຫ້ເຫັນທ່າທີທີ່ອ່ອນລົງຂອງລັດຖະບານມຽນມາໃນຂະບວນການສ້າງສັນຕິພາບໃນມຽນມາ.

ແນວໃດກໍຕາມ ທ່ານ ກາວ ກິມຮຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີກຳປູເຈຍເປີດເຜີຍວ່າ ຍັງບໍ່ຮູ້ວ່າ ພົນເອກອາວຸໂສ ມິນ ອອງ ລາຍ ຈະໃຫ້ສະມາຊິກພັກ NLD ຄົນໃດມາພົບປະກັບທູດພິເສດຂອງອາຊຽນ.

ທ່ານ ກ່າວອີກວ່າ ບໍ່ໜ້າຈະເປັນໄປໄດ້ທີ່ ທ່ານ ປາກ ຊູຄົນ ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ ໃນຖານະທູດພິເສດຂອງອາຊຽນ ຈະໄດ້ເຂົ້າພົບກັບ ທ່ານ ນາງ ອອງຊານ ຊູຈີ ທີ່ກຳລັງຖືກດຳເນີນຄະດີຫຼາຍຂໍ້ຫາໃນຂະນະນີ້.