ອຸ່ນທັງກາຍອຸ່ນທັງໃຈໄດ້ຮັບຄວາມຫ່ວງໃຍ ຈາກຜູ້ໃຈບຸນທີ່ມາຊ່ວຍເຫຼືອ

52

ພໍຕົກມາຮອດລະດູໜາວ ຫຼາຍຊີວິດຜູ້ທຸກຍາກຂາດເຂີນແມ່ນຜ່ານພົ້ນມັນໄປດ້ວຍຄວາມລຳບາກ ເຖິງແມ່ນວ່າລາຄາເສື້ອຈະບໍ່ແພງປານໃດສຳລັບໃຜຫຼາຍຄົນ ແຕ່ກັບຄອບຄົວທີ່ທຸກຍາກຖືກກໍ່ຄືແສນແພງ ສະນັ້ນ ເມື່ອມີຄົນຍື່ນມືມາຊ່ວຍພວກເຂົາກໍ່ດີອົກດີໃຈ ເອີ້ນວ່າອີ່ມບຸນທັງຜູ້ໃຫ້ ແລະອີ່ມໃຈທັງຜູ້ຮັບ.

ໃນທ້າຍອາທິດຜ່ານມານີ້ ທາງທີມງານຈິດອາສາ “ຮ່ວມແຮງ, ຮ່ວມໃຈ ກັນໜາວ ແລະ ຕ້ານໂຄວີດ-19 ທີ່ແຂວງຜົ້ງສາລີ” ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງບຸນໃຕ້ ໄດ້ລົງໄປເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນ ແລະ ນ້ອງໆນັກຮຽນຢູ່ສອງບ້ານທຸກຍາກ ບ້ານ ຈຸລາວແສນເກົ່າ ແລະ ບ້ານ ຈຸລາວແສນໃໝ່ ເມືອງບຸນໃຕ້, ແຂວງຜົ້ງສາລີ.

ເຊິ່ງການລົງໄປມອບເຄື່ອງຄັ້ງນີ້ແມ່ນໄດ້ມາຈາກການລະດົມສົມທົບທຶນ ແລະ ຮ່ວມບໍລິຈາກຂອງທີມງານຈິດອາສາ “ຮ່ວມແຮງ, ຮ່ວມໃຈ ກັນໜາວ ແລະ ຕ້ານໂຄວີດ-19 ທີ່ແຂວງຜົ້ງສາລີ” ແລະ ຜູ້ໃຈບຸນທົ່ວສັງຄົມທັງພາຍໃນ ແລະ ຕ່າງປະເທດ ຊຶ່ງມີເຄື່ອງນຸ່ງຫົ່ມ, ອາຫານການກິນ, ສະບູແຟັບ, ອຸປະກອນການຮຽນ ແລະ ອຸປະກອນຕ້ານພະຍາດໂຄວິດ-19 ຈໍານວນໜື່ງ ລວມມູນຄ່າທັງໝົດ 13.000.000 ກີບ.

ທ່ານ ສົມວີໄຊ ທໍາມະໃຈຫຼ້າ ຕາງໜ້າທີມງານຈິດອາສາໄດ້ໃຫ້ຮູ້ວ່າ ການລົງໄປມອບເຄື່ອງໃນຄັ້ງນີ້ແມ່ນໄດ້ມາຈາກການໃຫ້ຄວາມຮ່ວມໄມ້ຮ່ວມມືຂອງສະມາຊິກພາຍໃນທີມງານ ດ້ວຍການປູກລະດົມເອົາທຶນຮອນ ແລະ ວັດຖຸປັດໃຈຈາກຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດສະຫາຍ ແລະ ບຸກຄົນທົ່ວໄປໃນສັງຄົມ ເພື່ອໄປເບິ່ງແຍງຊ່ວຍເຫຼືອແບ່ງປັນສຸກ, ໃຫ້ກໍາລັງໃຈພໍ່ແມ່ປະຊາຊົນ ແລະ ບັນດານ້ອງໆນັກຮຽນຜູ້ທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດ ຢູ່ເຂດຫ່າງໄກສອກຫຼີກຂອງແຂວງຜົ້ງສາລີ, ໂດຍສະເພາະແມ່ນສອງບ້ານເປົ້າໜາຍທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້.
ຈາກ: ໂທລະໂຄ່ງ.