ຍົກຍ້າຍຫົວໜ້າກົມການຄ້າພາຍໃນ ໄປປະຕິບັດໜ້າທີ່ໃໝ່ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ

197

ໃນວັນທີ 2 ກຸມພາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ມີພິທີປະກາດການຈັດຕັ້ງຍົກຍ້າຍພະນັກງານການນຳຂັ້ນຫົວໜ້າກົມຄື ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງ ອຄ ຈະໄດ້ຍົກຍ້າຍໄປປະຕິບັດໜ້າທີ່ໃໝ່ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍການເປັນປະທານເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ, ມີ ທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູງກາງພັກ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ອຄ ເຂົ້າຮ່ວມ.


ທ່ານ ສີອຳພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູງກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 04/ນຍ, ລົງວັນທີ 26 ມັງກອນ 2022 ວ່າດ້ວຍການຍົກຍາຍພະນັກງານໄປຮັບໜ້າທີ່ໃໝ່ ໂດຍອອກຄຳສັ່ງຍົກຍ້າຍ ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງ ອຄ ໄປຮັບໜ້າທີ່ໃໝ່ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະຈັດຕັ້ງສູນກາງພັກ, ບັນດາກະຊວງ, ອົງການ ແລະ ອົງການຈັດຕັ້ງຂັ້ນທອງຖິ່ນ ພ້ອມດ້ວຍທ່ານທີ່ໄດ້ຮັບການຍົກຍ້າຍຈົ່ງຮັບຮູ້ ແລະ ປະຕິບັດຕາມຄຳສັ່ງສະບັບນີ້ຢ່າງເຂັ້ມງວດ.


ໂອກາດດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງ ທ່ານ ວາລະໄຊ ເລັ່ງສະຫວັດ ທີ່ໄດ້ປະກອບສ່ວນອຸທິດເຫື່ອແຮງສະຕິປັນຍາ ເຂົ້າໃຈພາລະກິດຂອງພັກ ແລະ ລັດ ກໍ່ຄືການຈັດຕັ້ງປະຕິບັດວຽກງານຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຕະຫຼອດມາ ເຊິ່ງທ່ານເປັນພະນັກງານຫຼັກແຫຼ່ງທີ່ເປັນແບບຢ່າງ, ເປັນສະມາຊິກພັກຜູ້ດີເດັ່ນ ມີຄວາມໜັກແໜ້ນດ້ານການເມືອງແນວຄິດ, ມີແບບແຜນວິທີເຮັດວຽກທີ່ປອດໃສ, ບຸກທະລຸ, ບໍ່ວ່າຈະຖືກມອບໝາຍວຽກງານໃດ ກໍສາມາດມີຜົນສາເລັດ.

ພ້ອມນັ້ນ ທ່ານລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຄະນະນຳ, ຄະນະປະຈຳພັກ, ຄະນະພັກກະຊວງ ຕະຫຼອດເຖິງສະມາຊິກພັກ-ພະນັກງານ ໃຫ້ຍົກສູງຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 5 ຂອງອົງຄະນະພັກກະຊວງ ອຄ ແລະ ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ ຄັ້ງທີ V.