ແຕ່ງຕັ້ງ ສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ຜູ້ໃໝ່

412

ພິທີມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 2 ກຸມພານີ້ ທີ່ສູນກາງຊາວໜຸ່ມ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານການນຳ ສຊປລ ເຂົ້າຮ່ວມ.


ທ່ານ ທອງຈັນ ໂຂງພູຄຳ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການຍົກຍ້າຍ ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການຍົກຍ້າຍ ສະຫາຍ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ສະມາຊິກສະພາແຫ່ງຊາດ ຮອງເລຂາຄະນະບໍລິຫານງານ ສຊປລ ໄປຮັບໜ້າທີ່ ໃໝ່ທີ່ສະພາແຫ່ງຊາດ, ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ຮອງເຈົ້າແຂວງຫຼວງພະບາງ ເປັນເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ຜູ້ໃໝ່.


ໃນພິທີດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ກໍໄດ້ໂອລົມເພື່ອເປັນເຂັມທິດເຍື່ອງທາງບາງຕອນວ່າ: ການຍົກຍ້າຍສັບປ່ຽນໜ້າທີ່ ຖືວ່າເປັນເລື່ອງປົກກະຕິຂອງລະບົບການຈັດຕັ້ງພັກ-ລັດ ທີ່ຕ້ອງມີການປັບປຸງສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ຊຶ່ງເປັນວຽກປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ໃນວຽກພະນັກງານ ເພື່ອປະຕິບັດຕາມທິດການແຕ່ງຕັ້ງ, ສັບຊ້ອນ, ຈັດວາງ ພະນັກງານໃຫ້ ມີຂຶ້ນ ມີລົງ, ມີເຂົ້າ ມີອອກ ແລະ ການສັບປ່ຽນບ່ອນປະຈຳການຂອງພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ພ້ອມທັງເປັນການຍົກລະດັບພະນັກງານການນຳຂັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດ ໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ.