ຄວັນຂີ້ເຫຍື້ອຫຼັກ 32 ອາດສົ່ງຜົນຕໍ່ສຸຂະພາບ ຫາກຜູ້ໃດຫາກໃຈຍາກຕ້ອງໄປພົບແພດເດີ້

110

ໃນລະຫວ່າງວັນທີ 29-31 ມັງກອນ 2022 ຜ່ານມາ ໄດ້ມີເຫດການໄຟໄໝ້ ສະໜາມຂີ້ເຫຍື້ອຢູ່ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເຮັດໃຫ້ມີໝອກຄວັນເປັນບໍລິເວນກວ້າງ ຕອນນີ້ເຈົ້າໜ້າທີ່ໄດ້ເຂົ້າລະງັບໄຟໄດ້ແລ້ວ ແຕ່ບັນຫາໝອກຄັວນແມ່ນກະທົບເຖິງ 12 ບ້ານໃນເຂດອ້ອມຮອບຕ້ອງເຝົ້າລະວັງ ຫາກມີອາການຜິດປົກກະຕິຕ້ອງໄປປຶກສາແພດດ່ວນ.


ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າ ຄບຕ ໄດ້ກ່າວວ່າ: ກ່ຽວກັບເຫດການໄຟໄໝ້ສະໜາມຂີ້ເຫຍື້ອຢູ່ຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເລີ່ມຂຶ້ນໃນຕ່ອນທ່ຽງ ຂອງວັນທີ 29 ມັງກອນ 2022 ເຊິ່ງພະນັກງານຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ປະຈຳພາກສະໜາມກໍ່ໄດ້ເລາະກວດກາແລ້ວເຫັນປະກາຍໄຟເກີດຂຶ້ນຢູ່ກາງກອງຂີ້ເຫຍື້ອໂດຍບໍ່ຮູ້ສາເຫດວ່າເກີດຂຶ້ນຍ້ອນຫຍັງ ດັ່ງນັ້ນຈຶ່ງສັນນິຖານວ່າ: ເກີດຂຶ້ນຍ້ອນໂຕມັນເອງ ເພາະຂີ້ເຫຍື້ອອາດຈະມີປະເພດປ໋ອງແກັດ, ຖ່ານໄຟສາຍທີ່ຖືກຄວາມຮ້ອນຫຼາຍກໍ່ສ່ຽງຕໍ່ການເກີດລະເບີດຂຶ້ນເຊັ່ນກັນ ແລະ ສະໜາມຂີ້ເຫຍື້ອກໍ່ມີແກັດໃຕ້ດິນ ຫຼື ອາຍແກັດເກີດຂຶ້ນໃນໂຕມັນເອງ.

ແນວໃດກໍ່ຕາມ ເພື່ອສຸຂະພາບຂອງປະຊາຊົນ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງຕິດຕາມສະພາບການຕົວຈີງໂດຍການຕິດຕັ້ງເຄື່ອງວັດສະພາບອາກາດ ຜ່ານການເກັບກຳຂໍ້ມູນຜົນກະທົບດ້ານສະພາບທາງອາກາດນັບແຕ່ວັນທີ 30 ມັງກອນ 2022 ມານັ້ນ ຜົນປະກົດອອກມາ ຈຸດທີ 1 ເຊິ່ງມີບ້ານທີ່ຄາດວ່າໄດ້ຜົນກະທົບເຊັ່ນ: ບ້ານປາກຊາບ, ບ້ານນາພອກ, ບ້ານແສນອຸດົມ, ບ້ານເວີນແທນ, ບ້ານນາມົນ, ບ້ານໜອງບົວ, ບ້ານນາລ້ອມ ແລະ ບ້ານສົມສະຫວັນ. ຖ້າທຽບກັບ ລະດັບດັດຊະນີຄຸນນະພາບອາກາດ (AQI) ແມ່ນມີຜົນກະທົບຕໍ່ສຸຂະພາບຂອງຄົນ ໂດຍສະເພາະຜູ້ສູງອາຍຸ ແລະ ເດັກນອ້ຍ, ຄົນປ່ວຍ ຫຼື ຮ່າງກາຍອ່ອນເພຍ. ສຳລັບປະຊາຊົນທົ່ວໄປ: ຫຼີກລ້ຽງການເຮັດກິດຈະກຳການແຈ້ງ ແລະ ໃຊ້ອຸປະກອນປ້ອງກັນ, ຜູ້ທີ່ຕ້ອງເບິ່ງແຍງເປັນພິເສດ: ຖ້າມີອາການເບື້ອງຕົ້ນເຊັ່ນ: ໄອ, ຫາຍໃຈລຳບາກ,ແສບຕາຄວນໄປປຶກສາແພດ.

ສ່ວນຜົນການວັດແທກ ຈຸດທີ 2 ລະດັບດັດຊະນີຄຸນນະພາບອາກາດ (AQI) ແມ່ນ ມີຜົນກະທົບຕໍ່ຄົນປ່ວຍ ຫຼື ຮ່າງກາຍອ່ອນເພຍ. ສຳລັບປະຊາຊົນທົ່ວໄປ: ຫຼີກລ້ຽງການເຮັດກິດຈະກຳການແຈ້ງ ແລະ ໃຊ້ອຸປະກອນປ້ອງກັນ, ຜູ້ທີ່ຕ້ອງເບິ່ງແຍງເປັນພິເສດ: ຖ້າມີອາການເບື້ອງຕົ້ນເຊັ່ນ: ໄອ, ຫາຍໃຈລໍາບາກ, ແສບຕາຄວນໄປປຶກສາແພດເຊັ່ນດຽວກັນ ສຳລັບບ້ານຄາດວ່າທີ່ມີຜົນກະທົບເຊັ່ນ: ບ້ານໜອງສອງຫ້ອງ, ບ້ານໂນງາມ, ບ້ານທ່າດິນແດງໃຕ້ ແລະ ບ້ານນາແຖ.

ສ່ວນຜົນການວັດແທກ ຈຸດທີ 3 ຄ່າສະເລ່ຍປະລິມານຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM2.5) ຖ້າທຽບກັບ ລະດັບດັດຊະນີຄຸນນະພາບອາກາດ (AQI) ແມ່ນ ຄຸນນະພາບດີ ເໝາະສຳລັບ ປະຊາຊົນທົ່ວໄປໃນກິດຈະກຳກາງແຈ້ງ. ອີງໃສ່ທິດທາງລົມ ເຫັນວ່າ ເຂດບ້ານໂນນສະອາດ ແລະ ເຂດບ້ານດົງໝາກຄາຍ ແມ່ນບໍ່ໄດ້ຮັບຜົນກະທົບ.