ຊື້ເຄື່ອງມາກວດເອງຍ້ອນບໍ່ຢາກໃຫ້ສັງຄົມຮູ້ ການກະທຳແບບນີ້ມີຄວາມສ່ຽງ

106

ເຊື່ອວ່າຄົນສ່ວນໃຫຍ່ຈະຮູ້ດີ ທຸກວັນນິ້ໂຄວິດກາຍເປັນເລື່ອງປົກກະຕິຂອງຫຼາຍໆຄົນ ແລະຈຳນວນບໍ່ໜ້ອຍທີ່ບໍຍອມໄປກວດຢູ່ຈຸດບໍລິການຂອງລັດຖະບານ ເພາະຢ້ານສັງຄົມຮູ້ ຊາວບ້ານລັງກຽດຈິ່ງກວດເອງປົວເອງ ເຊິ່ງຄະນະສະເພາະກິດເຕືອນ ນັ້ນເປັນພຶດຕິກຳສ່ຽງຕໍ່ການເຈັບຮຸນແຮງເຖິງຊີວິດໄດ້ ທັ້ງທີ່ສາມາດຫຼີກລ່ຽງໄດ້ແຕ່ທ່ານເລືອກທີ່ຈະສ່ຽງເພື່ອໃຊ້ຊີວິດປົກກະຕິຢູ່ເຮືອນ.

ຕາມການຖະແຫຼງຂ່າວໃນວັນທີ 2 ກຸມພາ 2022 ນີ້ ຂອງຄະນະສະເພາະກິດແຈ້ງວ່າ: ປັດຈຸບັນ ການລາຍງານການຕິດເຊື້ອໂຄວິດ-19 ໃນທົ່ວໂລກຍັງສູງຢູ່ ແຕ່ ສໍາລັບ ສປປ ລາວ ມື້ນີ້ກໍ່ແມ່ນອີກມື້ໜື່ງທີ່ໂຕເລກລາຍງານຍັງຜູ້ຕິດເຊື້ອຕໍ່າກວ່າ 500 ກວ່າຄົນ ຈໍານວນຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນມີທ່າອຽງຫຼຸດລົງ ແຕ່ກໍ່ຍັງມີບາງແຂວງທີ່ມີການລາຍງານຜູ້ຕິດເຊື້ອລາຍວັນສູງເຊັ່ນ ແຂວງຊຽງຂວາງ, ຫົວພັນ, ບໍລິຄໍາໄຊ, ໄຊຍະບູລີ ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ເຝົ້າລະວັງຕິດຕາມທ່າອ່ຽງຂອງການຕິດເຊື້ອໃນປະເທດຂອງພວກເຮົາຈົນກວ່າສະພາບການລະບາດສາມາດຄວບຄຸມໄດ້ ດັ່ງນັ້ນໃນໄລຍະປະຈຸບັນແມ່ນຈໍາເປັນຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນຕົນເອງ.

ໜຶ່ງບັນຫາທີ່ໜ້າເປັນຫ້່ວງຄືປະຈຸບັນ ທຸກຄົນໃນສັງຄົມ ແມ່ນບໍ່ຢາກໃຫ້ໃຜຮູ້ຈັກວ່າຕົນເອງຕິດເຊື້ອ ດ້ວຍການຊື້ ATK ມາກວດເອງ ແລະ ເມື່ອພົບເຊື້ອ ກໍ່ພະຍາຍາມປິ່ນປົວຕົນເອງ ລວມທັງຄົນໃນຄອບຄົວ. ການກະທໍາແບບນີ້ ແມ່ນມີຄວາມສ່ຽງເພາະ ທ່ານເອງບໍ່ສາມາດປະເມີນອາການຂອງຕົນເອງໄດ້ດີຊໍາແພດ ດັ່ງນັ້ນ, ມັນບໍ່ເປັນສິ່ງທີ່ເຮົາຈະຕ້ອງໄດ້ປິດບັງຂໍ້ມູນການຕິດເຊື້ອຂອງຕົນເອງຫຼືຄົນໃນຄອບຄົວ ຍ້ອນຢ້ານສັງຄົມລັງກຽດ ຫຼື ຢ້ານຈະຖືກນໍາສົ່ງໄປໂຮງໝໍພາກສະໜາມ, ການປຶກສາແພດໂດຍຜ່ານສາຍດ່ວນ 164 ແມ່ນເພື່ອໃຫ້ແພດໝໍເຮົາ ສາມາດປະເມີນ ຫຼື ໃຫ້ຂໍ້ແນະນໍາແກ່ທ່ານວ່າ ເຂົ້າເງື່ອນໄຂ ສາມາດປິ່ນປົວຢູ່ບ້ານໄດ້ບໍ ຫຼື ຈະຕ້ອງໄດ້ຕິດຕາມ ຖ້າມີອາການທີ່ບົງບອກເຖິງຄວາມຮຸນແຮງຂອງພະຍາດ ແມ່ນໜ່ວຍເເພດເຮົາສາມາດເຂົ້າມາຊ່ວຍເພື່ອນໍາໄປສົ່ງປິ່ນປົວໃນໂຮງໝໍໄດ້ຢ່າງທັນເວລາ ແລະ ຫຼຸດຜ່ອນການເສຍຊິວິດທີ່ສາມາດຫຼີກລ້ຽງໄດ້.

ສຳລັບວັກຊິນປ້ອງກັນ ປະຈຸບັນນີ້ ສປປ ລາວ ໄດ້ຮັບວັກຊິນທັງໝົດ 18 ລ້ານກວ່າ ໂດສ ເຊິງຖືວ່າມີຈໍານວນພຽງພໍສໍາລັບສັກໃຫ້ປະຊາກອນລາວທັງໝົດ 7 ລ້ານກວ່າຄົນ ດັ່ງນັ້ນ, ພັກແລະລັດຖະບານ, ສະເໜີໃຫ້ຄະນະສະເພາະກິດຂັ້ນຕ່າງໆກໍ່ຄືອໍານາດການປົກຄອງທ້ອງຖິ່ນ ຊີ້ນໍາຂະບວນການສັກວັກຊິນປ້ອງກັນ ໂຄວິດ19 ໃນສໍານັກງານອົງການ, ແຂວງ, ເມືອງ ຂອງທ່ານ ໃຫ້ບັນລຸລື່ນ 80 ເປີເຊັນ ເພື່ອຮອງຮັບການເປີດປະເທດ, ຮອງຮັບການທ່ອງທ່ຽວສີຂຽວ ເພື່ອຟື້ນຟູເສດຖະກິດໂດຍໄວ.

ສຳລັບຜູ້ຕິດເຊື້ອໃໝ່ໃນ ວັນທີ 1 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3279 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 463 ຄົນ (ຕິດເຊື້ອພາຍໃນ 456 ຄົນ ແລະ ນໍາເຂົ້າ 07 ຄົນ).

ສໍາລັບການຕິດເຊື້ອນໍາເຂົ້າ ມີ 07 ຄົນ ທັງໝົດຈາກຄໍາມ່ວນ 03 ຄົນ ແລະ ສະຫວັນນະເຂດ 04 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ເຮັດໃຫ້ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 134.901 ກໍລະນີ, ອອກໂຮງໝໍວານນີ້ 697 ຄົນ, ກຳລັງປິ່ນປົວ 5.235 ຄົນ ແລະ ເສຍຊີວິດສະສົມທັງໝົດ 553 ຄົນ (ເສຍຊິວິດໃໝ່ 02 ຄົນ).