ຫ້າມແລ້ວຍັງຂາຍອີກ ຢືດໄດ້ 84 ກິໂລ (ໝາກກະໂພກ)

208

ນະຄອນຫຼວງວຽງຈັນ ກ່ອນໜ້ານີ້ໄດ້ອອກ ຄຳສັ່ງເລກທີ 01/ຈນວ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ ມີໄວ້ໃນຄອບຄອງ, ຈຸດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ຖ້າຫາກຜູ້ໃດຝ່າຝືນຈະຖືກປັບໃໝໃສ່ໂທດຕາມລະບຽບການ ແຕ່ໃນຕົວຈີງຍັງມີການຝ່າຝືນ ເຊິ່ງເຈົ້າໜ້າທີ່ສາມາດຢືດໄດ້ 84 ກີໂລກຣາມ.


ພັທ ສົມຈິດ ຟອງສະຫວັນ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຊີ້ນໍາກອງປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ຄັ້ງວັນທີ 31 ມັງກອນ 2022, ພະແນກຕຳຫຼວດປ້ອງກັນເສດຖະກິດ ສົມທົບກັບພະແນກອຸດສະຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແກ້ໄຂກວດກາບັນດາຫ້າງຮ້ານທີ່ລັກລອບ ຈຳໜ່າຍຂາຍໝາກກະໂພກ (ທາດລະເບີດ) ສິນຄ້າເກືອດຫ້າມ ຢູ່ເຂດບ້ານທົ່ງຂັນຄຳ ເມືອງຈັນທະບູລີ ໃນໄລຍະເທດສະການປີໃໝ່ຕຸດຈີນ ແລະ ຫວຽດນາມ ຈໍານວນ 01 ຮ້ານ ຢຶດໝາກກະໂພກ ຈຳນວນ 84 ກິໂລ.


ພັທ ສົມຈິດ ຟອງສະຫວັນ ໃຫ້ຮູ້ອີກວ່າ: ການລົງແກ້ໄຂຫ້າງຮ້ານຄັ້ງນີ້ ແມ່ນໄດ້ປະຕິບັດຕາມບັນດາຂໍ້ຫ້າມຕ່າງໆ ຜ່ານການລົງກວດກາ ພົບເຫັນຮ້ານລະເມີດຂາຍໝາກກະໂພກ ຈໍານວນ 01 ຮ້ານ ອອກຊື່ ນາງ ຈັນຫອມ ກວດພົບໝາກກະໂພກ ຈຳນວນ 84 ກິໂລ ເຊິ່ງເປັນການລະເມີດ ມາດຕາ 276 ການຜະລິດ, ຂົນສົ່ງ, ນໍາເຂົ້າ, ຂາຍ ຫຼື ແລກປ່ຽນສິນຄ້າທີ່ເກືອດຫ້າມບຸກຄົນໃດ ຫາກໄດ້ຜະລິດ, ຂົນສົ່ງ, ນໍາເຂົ້າ, ຂາຍ ຫຼື ແລກປ່ຽນສິນຄ້າທີ່ເກືອດຫ້າມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 15.000.000 ກີບ.

ໃນກໍລະນີທີ່ການກະທໍາຜິດເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ທີ່ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.


CR: ປກສ ນະຄອນຫຼວງ