ລຸ້ນກັນ ເດືອນມີນາ ຄ່າແຮງງານຂັ້ນຕໍ່າຈະອັບຂຶ້ນຫຼືບໍ?

128

ເວົ້າເລື່ອງເງິນເລື່ອງຄຳ ເຖິງແມ່ນຈະບໍແມ່ນຄຳຕອບຂອງທຸກບັນຫາ ແຕ່ເປັນປັດໄຈສຳຄັນທີ່ຂາດບໍ່ໄດ້ ທຸກມື້ທີ່ກ້າວຂາອອກຈາກເຮືອນຕ້ອງມີເງິນຕິດຕົວ ຍິ່ງປະຈຸບັນໃນສັງຄົມກຳລັງພົບກັບບັນຫາສິນຄ້າເໜັງຕີງຂຶ້ນລົງເລື້ອຍໆ ຖ້າຄ່າແຮງງານຂັ້ນຕ່ຳຍັງຢູ່ລະດັບເກົ່າກໍ່ຍາກຕໍ່ການດຳລົງຊີວິດໃນທ່າມກາງເຂົ້າຍາກໝາກແພງ.

ສຳລັບຄ່າແຮງງານຂັ້ນຕ່ຳຢູ່ ສປປ ລາວໃນໄລຍະຜ່ານມາ ໄດ້ປັບຂຶ້ນມາແລ້ວ 8 ຄັ້ງ, ໃນນີ້ ຄັ້ງຫລ້າສຸດ ແມ່ນປັບຂຶ້ນຈາກ 900.000 ກີບ ຂຶ້ນເປັນ 1.100.000 ກີບ ເຊີ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ພຶດສະພາ ປີ 2018 ຈົນມາຮອດປັດຈຸບັນນີ້ ແຕ່ເຫັນວ່າຍັງບໍ່ທັນພຽງພໍຈິ່ງມີການຄົ້ນຄວ້າພິຈາລະນາ ເປັນປັບໃຫ້ສູງຂຶ້ນຕື່ມອີກ.

ສູນກາງສະຫະພັນກໍາມະບານລາວ ກຽມປຶກສາຫາລືຄັ້ງສຸດທ້າຍກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ ກ່ຽວກັບການຂຶ້ນຄ່າແຮງງານຂັ້ນຕໍ່າ ພາຍໃນເດືອນມີນາປີນີ້ ເພື່ອໃຫ້ໄດ້ຂໍ້ຕົກລົງທີ່ຊັດເຈນ ແລ້ວສະເໜີຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດຕົວຈິງຕາມທີ່ສາມຝ່າຍໄດ້ຕົກລົງຮ່ວມກັນ.

ທ່ານ ພອນສານ ວິໄລເມັ້ງ, ຮອງປະທານ ຄະນະບໍລິ ຫານງານສູນກາງສະຫະພັນກໍາມະບານລາວ ໃຫ້ສໍາພາດວ່າ: ຄ່າແຮງງານຂັ້ນຕໍ່າຢູ່ລາວໃນປັດຈຸບັນ ແມ່ນ 1.100.000 ກີບ/ຄົນ/ເດືອນ ໂດຍເລີ່ມປະຕິບັດນັບແຕ່ກາງປີ 2018 ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດໄດ້ 3 ປີກວ່າ, ຍ້ອນຄ່າຄອງຊີບ ກໍຄື ລາຄາສິນຄ້າຕາມທ້ອງຕະຫລາດມີການເໜັງຕີງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ກໍາມະກອນ ແລະ ຜູ້ອອກແຮງງານທີ່ມີເງິນເດືອນຕໍ່າ.

ດັ່ງນັ້ນ ສູນກາງສະຫະພັນກໍາມະບານລາວ ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ສໍາຫລວດກ່ຽວກັບຄວາມຈໍາເປັນໃນການດໍາລົງຊີວິດປະຈໍາວັນຂອງກໍາມະກອນ ແລະ ຜູ້ອອກແຮງງານຫລາຍກວ່າ 3.600 ຄົນ ພາຍ ໃນ 18 ແຂວງທົ່ວປະເທດ, ກວມເອົາ 4 ຂົງເຂດ ຄື: ກະສິກໍາ, ອຸດສາຫະກໍາ, ບໍລິການ ແລະ ກໍ່ສ້າງ, ເຊີ່ງທຸກແຂວງລ້ວນແຕ່ສະເໜີໃຫ້ປັບປຸງຄ່າແຮງງານຂັ້ນຕໍ່າຄືນໃໝ່.

ໃນໄລຍະຜ່ານມາ ຄະນະກໍາມະການ 3 ຝ່າຍ ຄື: ສູນກາງສະ ຫະພັນກໍາມະບານລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ປຶກສາຫາລືຮ່ວມກັນແລ້ວຫລາຍຄັ້ງ ແລະ ເຫັນດີໂດຍພື້ນຖານໃຫ້ປັບຂຶ້ນຄ່າແຮງງານຂັ້ນຕໍ່າຕື່ມອີກ ແຕ່ຍັງບໍ່ທັນໄດ້ກໍານົດເປັນເອກະພາບ ຫລື ຕົກລົງກັນຢ່າງລະອຽດເທື່ອວ່າຈະເພີ່ມຂຶ້ນຈໍານວນເທົ່າໃດ, ແຕ່ສະ ເພາະສູນກາງສະຫະພັນກໍາມະບານລາວ ແມ່ນສະເໜີໃຫ້ປັບຂຶ້ນຈາກ 1.100.000 ກີບ ເປັນ 1.500.000 ກີບ/ຄົນ/ເດືອນ.

ທ່ານ ພອນສານ ວິໄລເມັ້ງ ໃຫ້ຮູ້ຕື່ມວ່າ: ກອງປະຊຸມຄະນະກໍາມະການ 3 ຝ່າຍຄັ້ງສຸດທ້າຍກ່ຽວກັບການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຄາດວ່າຈະຈັດຂຶ້ນພາຍໃນເດືອນມີນາ ປີນີ້ ເພື່ອໃຫ້ໄດ້ຂໍ້ຕົກລົງສຸດທ້າຍທີ່ຊັດເຈນວ່າ ຈະປັບຂຶ້ນຄ່າແຮງງານຂັ້ນຕໍ່າອີກເທົ່າໃດ ຫລື ຈະເອົາຕາມທີ່ສູນກາງສະຫະພັນກໍາມະບານລາວ ສະເໜີ ຫລື ບໍ່, ເນື່ອງຈາກບັນດາຫົວໜ່ວຍທຸລະກິດ ກໍຄື ຜູ້ໃຊ້ແຮງງານຕ່າງໆ ໃນທົ່ວປະເທດແມ່ນພົບຄວາມຫຍຸ້ງຍາກຫລາຍສົມ ຄວນຈາກສະພາບການລະບາດຂອງພະຍາດໂຄວິດ-19, ເຊີ່ງອາດເຮັດໃຫ້ບາງຫົວໜ່ວຍແຮງງານພົບຄວາມຫຍຸ້ງຍາກໃນການປັບຂຶ້ນຄ່າແຮງງານຂັ້ນຕໍ່າ.

ຢ່າງໃດກໍ່ຕາມ ທ່ານຢືນຢັນວ່າ: ຄ່າແຮງງານຂັ້ນຕໍ່າຕ້ອງໄດ້ປັບຂຶ້ນແນ່ນອນ ແຕ່ຈະປັບຂຶ້ນໜ້ອຍ ຫລື ຫລາຍນັ້ນ ຕ້ອງລໍຖ້າການຕົກ ລົງຮ່ວມກັນໃນກອງປະຊຸມຄະນະກໍາມະການ 3 ຝ່າຍກ່ອນ ເພາະຫລັງຈາກຈາກກອງປະຊຸມຄັ້ງນີ້ ຈະໄດ້ສະເໜີຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດຕົວຈິງຕາມທີ່ 3 ຝ່າຍໄດ້ຕົກລົງກັນ.

ທີ່ມາ : LNR