ຫຼາຍພາກສ່ວນຈັດສຳມະນາເຜີຍແຜ່ແຜນງານຂອງທຣາເວວໄລຟ໌ (Travelife)

63

ກົມສົ່ງເສີມການຄ້າ, ກະຊວງອດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ອົງການແພຮນສາກົນ ປະຈໍາ ສປປ ລາວ ແລະ ສູນສະຫະພາບເອີລົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ (ECEAT) ໄດ້ຮ່ວມກັນຈັດກອງປະຊຸມສຳມະນາເຜີຍແຜ່ກ່ຽວກັບ ແຜນງານຂອງທຣາເວວໄລຟ໌ (Travelife) ພາຍໃຕ້ໂຄງການ “ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ອງລາວແບບຍືນຍົງ” ຫຼື ເອີ້ນວ່າ (SUSTOUR Laos).

ກອງປະຊຸມສຳມະນາຄັ້ງນີ້ ມີ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ຄໍເນີ້ ເບດາດ ຜູ້ຈັດການໂຄງການ, ອົງການແພລນສາກົນ ປະຈຳລາວ, ພ້ອມດ້ວຍບັນດາຄູ່ຮ່ວມ, ນັກທຸລະກິດໃນຂະແໜງປິ່ນອຸ້ມການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທີ່ໂຮງແຮມຄຣາວພາຊາ ໃນວັນທີ 27 ມັງກອນ 2022.

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກ່າວບາງຕອນວ່າ: ກ່ອນອື່ນໝົດຢາກໃຫ້ບັນດາແຂວງໃຫ້ຄວາມສຳຄັນຕໍ່ກັບໂຄງການດັ່ງກ່າວພ້ອມໃຈການຮ່ວມຈັດຕັ້ງປະຕິບັດ ແລະ ຮຽນຮູ້ກ່ຽວກັບວຽກງານດັ່ງກ່າວຮ່ວມກັບຊ່ຽວຊານຕາມທີ່ພວກເຮົາໄດ້ຈັດສັນຕາມໂຄງຮ່າງ, ພວກເຮົາເຂົ້າໃຈນຳກັນອີກດ້ານວ່າຂະແໜງການທ່ອງທ່ຽວໄດ້ປະກອບສ່ວນເຂົ້າໃນ GDP ບໍ່ຕໍ່າກວ່າ 20% ຖ້າຫາກໂຄງການນີ້ຖືກຈັດຕັ້ງປະຕິບັດຕາມກຳນົດເວລາທີ່ວາງແຜນໄວ້ຈະເຫັນວ່າຕົວຊີ້ວັດເພີ່ມຂຶ້ນເທົ່າໃດ ເຊິ່ງຜ່ານມາໄດ້ແບ່ງຂະແໜງອຸດສາຫະກຳໄດ້ປະກອບສ່ວນເຂົ້າ GDP ຫຼາຍກວ່າ 30%, ຂະແໜງການຄ້າ ຫຼາຍກວ່າ 20%, ນອກຈາກນັ້ນກໍ່ແມ່ນຂະແໜງກະສິກຳ ແລະ ບໍລິການ ແລະ ຂະແໜງການອື່ນໆ, ສ່ວນການຈັດຕັ້ງປະຕິບັດແຜນງານນີ້ຕົວຊີ້ວັດຈະເພີ່ມຂຶ້ນສູງເທົ່າໃດນັ້ນແມ່ນຂຶ້ນກັບພວກເຮົາສາມາດດຶງດູດເອົານັກທ່ອງທ່ຽວເຂົ້າມາລາວໄດ້ໜ້ອຍຫຼາຍຊໍ່າໃດ.

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວວ່າ: ແຜນງານຂອງທຣາເວວໄລຟ໌ (Travelife) ພາຍໃຕ້ໂຄງການ “ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ອງລາວແບບຍືນຍົງ” ຫຼື ເອີ້ນວ່າ (SUSTOUR Laos) ແມ່ນໂຄງການຮ່ວມຈັດຕັ້ງປະຕິບັດໂດຍ ກົມສົ່ງເສີມການຄ້າ, ກະຊວງອດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ອົງການແພຮນສາກົນ ປະຈໍາ ສປປ ລາວ ແລະ ສູນສະຫະພາບເອີລົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ (ECEAT) ເພື່ອແນ່ໃສ່ການສົ່ງເສີມ ແລະ ສະໜັບສະໜູນໃຫ້ບັນດາຫົວໜ່ວຍທຸລະກິດ ໃນ ສປປ ລາວ ໄດ້ຮັບການຫັນໄປສູ່ການດຳເນີນທຸລະກິດແບບຍືນຍົງ.

ແຜນງານນີ້ຈະເຮັດໃຫ້ກຸ່ມຜູ້ອຸປະໂພກບໍລິໂພກ, ຜູ້ໃຊ້ບໍລິການ ໂດຍສະເພາະແມ່ນ ກຸ່ມນັກທ່ອງທ່ຽວທົ່ວໄປ ແລະ ບັນດາທຸລະກິດການທ່ອງທ່ຽວໃນສາກົນ ຮັບຮູ້ຜົນປະໂຫຍດ ແລະ ຢາກສະໜັບສະໜູນການທ່ອງທ່ຽວແບບຍືນຍົງດັ່ງກ່າວທີ່ຈະກາຍເປັນຈຸດເດັ່ນ ແລະ ຂໍ້ໄດ້ປຽບທາງທຸລະກິດຂອງບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການດຳເນີນທຸລະກິດແບບຍືນຍົງ ໂດຍຜ່ານບັນດາກິດຈະກໍາຕ່າງໆທີ່ກ່ຽວຂ້ອງທີ່ໄດ້ກໍານົດໃນໂຄງການ ໂດຍສະເພາະການດຳເນີນການຈັດຕັ້ງປະຕິບັດໂຄງການຢູ່ໃນ 3 ແຂວງເປົ້າຫມາຍ ກໍ່ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.

ການຈັດກອງປະຊຸມສໍາມະນາເຜິຍແຜ່ ຂອງທຣາເວວໄລຟ໌ (Travelife) ແມ່ນໜຶ່ງກິດຈະກໍາທີ່ນອນຢູ່ແຜນງານໃນການຮ່ວມການຈັດຕັ້ງປະຕິບັດໂຄງການ ເຊີ່ງຖືເປັນບາດກ້າວທີ່ສຳຄັນຂອງໂຄງການ ທີ່ຈະນໍາສະເຫນີການກ້າວໄປສູ່ການຮັບໃບຢັ້ງຢືນມາດຕະຖານທ່ອງທ່ຽວແບບຍືນຍົງຂອງທຣາເວວໄລຟ໌, ໃຫ້ເປັນທີ່ຮັບຮູ້ ແລະ ຍອມຮັບໃນຖານະເຈົ້າຂອງທຸລະກິດທີ່ມີຄວາມຍືນຍົງໃນແຖວໜ້າ.

ການຈັດຕັ້ງປະຕິບັດກິດຈະກໍາ ທາງໂຄງການແມ່ນເຫັນໄດ້ເຖິງປະໂຫຍດ ແລະ ຄວາມສໍາຄັນຂອງວຽກງານດັ່ງກ່າວ ເພື່ອເປັນການຍົກລະດັບມາດຕະຖານສໍາລັບຜູ້ປະກອບການ ກໍ່ຄຶຂະແຫນງການທີ່ປີ່ນອ້ອມການທ່ອງທ່ຽວ ກ້າວໄປສູ່ມາດຕະຖານສາກົນໄດ້. ໃນນາມສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຫວັງຢ່າງຍີ່ງວ່າ ບັນດາຜູ້ປະກອບການທີ່ປິ່ນອ້ອມຂະແຫນງການທ່ອງທ່ຽວ ທີ່ເຂົ້າຮ່ວມໃນງານມື້ນີ້ ຈະໃຫ້ຄວາມສົນໃຈຕໍ່ກັບແຜນງານຂອງໂຄງການ ແລະ ເຂົ້າຮ່ວມກິດຈະກໍາ ເພື່ອຢັ້ງຢືນມາດຕະຖານທ່ອງທ່ຽວແບບຢືນຢົງຂອງທຣາເວວໄລຟ໌ ທີ່ແນ່ໃສ່ການຊຸກຍູ້ ແລະ ສົ່ງເສີມບັນດາຫົວຫນ່ວຍທຸລະກິດ ໃຫ້ໄດ້ຮັບມາດຕະຖານໄປໃນອີກຂັ້ນຫນື່ງ ເພື່ອໃຫ້ສາມາດແຂ່ງຂັນໃນລະດັບສາກົນໄດ້.