ລັດຖະບານສະໜອງແມ່ພັນ ໃຫ້ຟາມລ້ຽງງົວ 2 ແຫ່ງໃນແຂວງໄຊຍະບູລີ

104

ການຄ້ຳປະກັນສະບຽງອາຫານ ໃຫ້ມີພຽງພໍສຳລັບຄວາມຕ້ອງການບໍລິໂພກພາຍໃນປະເທດ ແມ່ນເປັນບັນຫາທີ່ສຳຄັນ ແລະ ມີສ່ວນກ່ຽວຂ້ອງກັບເສດຖະກິດໂດຍກົງ ເປັນຕົ້ນຊ່ວຍຫຼຸດຜ່ອນການນຳເຂົ້າ ອັນເປັນການນຳເມັດເງິນສູ່ພາຍນອກນັ້ນບໍ່ດີເທົ່າໃດໜັກ, ດ້ວຍເຫດນີ້ລັດຖະບານຈິ່ງໃຫ້ເສີມການຜະລິດພາຍໃນຢ່າງຈີງຈັງ ໃຫ້ເຫຼືອກິນ ແລະໄດ້ສົ່ງຂາຍແມ່ນດີທີ່ສຸດ.

ເພື່ອສົ່ງເສີມບໍລິສັດເອກະຊົນລ້ຽງງົວໃຫ້ຫຼາຍ ສະໜອງຕະຫຼາດພາຍໃນ ແລະຂາຍອອກ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບງົວແມ່ພັນ ຈໍານວນ 20 ໂຕ ໃຫ້ຟາມງົວຂອງທ່ານ ສະໄໝ ສຸກກະເສີມ ແລະ ຟາມງົວຂອງທ່ານ ຫຸມພັນ ສອນສຸພາບ ຈໍານວນ 10 ເມື່ອວັນທີ 26 ມັງກອນ 2022 ນີ້, ຢູ່ທີ່ຟາມງົວ SKS ຂອງທ່ານ ສະໄໝ ສຸກກະເສີມ ບ້ານບຸ່ງຄ້າ ເມືອງແກ່ນທ້າວ ແຂວງໄຊຍະບູລີ.

ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ທ່ານ ຄໍາສອນ ສີສະອາດ ຫົວໜ້າພະແນກລ້ຽງສັດ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຄໍາເກີ່ງ ພັນລັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ມີທີ່ປຶກສາໂຄງການ, ທີມງານຂອງກົມ, ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ບັນດາກຸ່ມລ້ຽງສັດຢູ່ພາຍໃນເມືອງແກ່ນທ້າວເຂົ້າຮ່ວມຢ່າງພ້ອມພຽງ.

ງົວແມ່ພັນທີ່ນໍາມາມອບໃນຄັ້ງນີ້, ໄດ້ຮັບການສະໜັບສະໜູນ ຈາກໂຄງການພັດທະນາພື້ນຖານໂຄງລ່າງ ດ້ານກະສິກໍາ ໃນ ສປປ ລາວ ຮ່ວມມື ລາວ-ຮົງກາລີ ເປັນຊັບສິນຂອງລັດ ທີ່ມີຈຸດປະສົງມອບໃຫ້ຜູ້ທີ່ມີເງື່ອນໄຂນໍາໄປລ້ຽງ ໃຫ້ເປັນແນວພັນຕັ້ງຕົ້ນ ໂດຍມີຫຼັກການຄື: ພາຍໃນ 3 ປີ ຝ່າຍທີ່ໄດ້ຮັບງົວແມ່ພັນ ຕ້ອງສົ່ງລູກງົວໂຕທໍາອິດ ອາຍຸຄົບ 1 ປີ ຕໍ່ແມ່ງົວ 1 ໂຕ ຄືນໃຫ້ຝ່າຍມອບ, ລູກງົວໂຕຕໍ່ໄປແມ່ນມອບໃຫ້ຝ່າຍຮັບ, ສ່ວນແມ່ງົວແມ່ນໃຫ້ຂະຫຍາຍພັນຕໍ່ໄປຈົນຮອດ 5 ປີ ຖ້າຫາກເຮັດໃຫ້ງົວຕາຍໂດຍຕັ້ງໃຈ ຫຼື ບໍ່ຕັ້ງໃຈ ຕ້ອງໃຊ້ຄ່າເສຍຫາຍເປັນເງິນ 25 ລ້ານກີບ/ໂຕ. ໃນກໍລະນີ ສັດເຈັບປ່ວຍເຖິງແກ່ຄວາມຕາຍ ໂດຍຝ່າຍຮັບບໍ່ໄດ້ແຈ້ງ ໃຫ້ຝ່າຍມອບຮັບຊາບ ຕ້ອງຮັບຜິດຊອບ.