ເກີດໄຟໄໝ້ ຕະຫຼາດດາວເຮືອງປາກເຊ

182

ເຊົ້າມືດມື້ນີ້ໄດ້ເກີດເຫດໄຟໄໝ້ຕະຫຼາດດາວເຮືອງ ນະຄອນ​ປາກ​ເຊ​ ເບື້ອງຕົ້ນປະເມີນຄວາມເສຍຫາຍບໍ່ທັນໄດ້ ແຕ່ເບິ່ງຈາກສະພາບແມ່ນເສຍຫາຍພໍສົມຄວນ.


ຕາມລາຍງານແຈ້ງວ່າ ເຫດໄດ້ເລີ່ມຂຶ້ນໃນເວລາປະມານ 4:00 ໂມງ ຂອງວັນທີ 28 ມັງກອນ 2022 ໂດຍໄຟໄຫມ້ຕະຫລາດດາວເຮືອງ ນະຄອນປາກເຊ,​ ແຂວງຈຳປາສັກ ປັດຈຸບັນສາມາດຄວບຄຸມໄຟໄດ້ແລ້ວ​ ແຕ່ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ ແລະ​ ເຈົ້າໜ້າທີ່ກຳລັງສືບສວນສາເຫດການໄໝ້ມາຈາກໃສ.


ຢ່າງໃດກໍ່ຕາມສະແດງຄວາມເສຍໃຈນຳເຈົ້າຂອງຕະຫຼາດ ແລະແມ່ຄ້າຊາວຂາຍຫຼາຍໆເດີ້

ຍາມນີ້ເປັນລະດູຮ້ອນແລ້ວຢ່າລືມມອດຟືນໄຟກ່ອນອອກຈາກສະຖານທີ່ໄປບ່ອນອື່ນ