ມື້ນີ້ພົບຜູ້ຕິດເຊື້ອໂຄວິດໃໝ່ 695 ຄົນ, ນະຄອນຫຼວງວຽງຈັນ 164 ຄົນ, ເສຍຊີວິດໃໝ່ 1 ຄົນ

76

ຄະນະສະເພາະກິດດ ກະຊວງສາທາລະນະສຸກລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 27 ມັງກອນ ປີ 2022 ວ່າ ມາຮອດວັນທີ 26 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.902 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 695 ຄົນ (ຕິດເຊື້ອພາຍໃນ 692 ຄົນ ແລະ ນໍາເຂົ້າ 3 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 692 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້

ນະຄອນຫຼວງ 164 ຄົນ, ອັດຕະປື 67 ຄົນ, ບໍລິຄຳໄຊ 66 ຄົນ, ຊຽງຂວາງ 66 ຄົນ, ໄຊສົມບູນ 56 ຄົນ, ສາລະວັນ 43 ຄົນ, ຫຼວງພະບາງ 39 ຄົນ, ເຊກອງ 38 ຄົນ, ຫົວພັນ 32 ຄົນ
ວຽງຈັນ 22 ຄົນ, ໄຊຍະບູລີ 19 ຄົນ, ຄຳມ່ວນ 19 ຄົນ, ຜົ້ງສາລີ 17 ຄົນ, ບໍ່ແກ້ວ 14 ຄົນ, ສະຫວັນນະເຂດ 10 ຄົນ, ອຸດົມໄຊ 12 ຄົນ, ຈຳປາສັກ 5 ຄົນ, ຫຼວງນ້ຳທາ 3 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 3 ຄົນ ທັງໝົດຈາກ ນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 1 ຄົນ, ແລະ ບໍ່ແກ້ວ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 132.130 ກໍລະນີ, ອອກໂຮງໝໍວານນີ້ 345 ຄົນ, ກຳລັງປິ່ນປົວ 7.223 ຄົນ ແລະ ເສຍຊີວິດສະສົມທັງໝົດ 534 ຄົນ (ເສຍຊີວິດໃໝ່ 1 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 1 ຄົນ ແມ່ນ ຈາກ ນະຄອນຫຼວງ.