ພົບຜູ້ຕິດເຊື້ອໂຄວິດໃໝ່ 579 ຄົນ, ນະຄອນຫຼວງວຽງຈັນ 172 ຄົນ, ເສຍຊີວິດໃໝ່ 4 ຄົນ

93

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 26 ມັງກອນ ປີ 2022 ວ່າ ມາຮອດວັນທີ 25 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.556 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 579 ຄົນ (ຕິດເຊື້ອພາຍໃນ 570 ຄົນ ແລະ ນໍາເຂົ້າ 9 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 570 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 172 ຄົນ, ສະຫວັນນະເຂດ 7 ຄົນ, ຈຳປາສັກ 10 ຄົນ, ສາລະວັນ 6 ຄົນ
ເຊກອງ 18 ຄົນ, ອັດຕະປື 22 ຄົນ, ບໍ່ແກ້ວ 11 ຄົນ, ວຽງຈັນ 24 ຄົນ, ຫຼວງພະບາງ 14 ຄົນ

ຫຼວງນ້ຳທາ 3 ຄົນ, ອຸດົມໄຊ 13 ຄົນ, ຜົ້ງສາລີ 16 ຄົນ, ໄຊຍະບູລີ 23 ຄົນ, ຊຽງຂວາງ 73 ຄົນ, ຄຳມ່ວນ 39 ຄົນ, ບໍລິຄຳໄຊ 78 ຄົນ, ໄຊສົມບູນ 18 ຄົນ ແລະ ຫົວພັນ 23 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 9 ຄົນ ທັງໝົດຈາກ ນະຄອນຫຼວງ 7 ຄົນ, ຜົ້ງສາລີ 1 ຄົນ, ແລະ ບໍລິຄຳໄຊ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 131.432 ກໍລະນີ, ອອກໂຮງໝໍວານນີ້ 495 ຄົນ, ກຳລັງປິ່ນປົວ 7.258 ຄົນ ແລະ ເສຍຊີວິດສະສົມທັງໝົດ 533 ຄົນ (ເສຍຊີວິດໃໝ່ 4 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 4 ຄົນ ຈາກ ນະຄອນຫຼວງ 1 ຄົນ, ຊຽງຂວາງ 2 ຄົນ ແລະ ແຂວງວຽງຈັນ 1 ຄົນ.