ປະກາດປິດດ່ານບໍ່ເຕ່ນ ເມືອງຫຼ້າພົບຜູ້ຕິດເຊື້ອໂຄວິດ

168

ແຂວງຫຼວງນ້ຳທາ ປະກາດແຈ້ງການປິດດ່ານບໍ່ເຕ່ນ-ບໍ່ຫ່ານ ແລະ ດ່ານປາງໄຮ-ດ່ານຊາເຫີ ຊົ່ວຄາວ ເນື່ອງຈາກມີການລະບາດຂອງໂຄວິດ-19 ໃນຂອບເຂດ ເມືອງຫຼ້າ ສປ ຈີນ.

ຫົວໜ້າພະແນກການຕ່າງປະເທດແຂວງຫຼວງນ້ຳທາ ອອກແຈ້ງການ ສະບັບເລກທີ 048/ພຕທ ລົງວັນທີ 24 ມັງກອນ 2022 ໂດຍລະບຸວ່າ: ນັບແຕ່ວັນທີ 21 ມັງກອນ 2022 ຄະນະສະເພາະກິດເມືອງຫຼ້າ ແຂວງ ຢຸນນານ ສປ ຈີນ ໄດ້ແຈ້ງປິດດ່ານເຂົ້າ-ອອກເມືອງຊົ່ວຄາວ ຊຶ່ງລວມທັງ ການຂົນສົ່ງສິນຄ້າຂ້າມແດນ ແລະ ປະເພດຕ່າງໆ ເນື່ອງຈາກວ່າໃນໄລຍະນີ້ ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນເຂດພື້ນທີ່ຕາແສງເມືອງມ້າງ ເມືອງຫຼ້າ.


ສະນັ້ນ ເພື່ອຄວາມປອດໄພຕໍ່ກັບສະພາບດັ່ງກ່າວ ຈຶ່ງໄດ້ປິດດ່ານເປັນການ ຊົ່ວຄາວຄື:
1. ດ່ານປາງໄຮ-ດ່ານຊາເຫີ
2. ດ່ານບໍ່ເຕ່ນ-ບໍ່ຫ່ານ.

ລົດທີ່ຈະຂົນສົ່ງສິນຄ້າຜ່ານສອງດ່ານດັ່ງກ່າວກໍ່ຕ້ອງໄດ້ໂຈະກ່ອນຈົນກວ່າສະຖານະການການລະບາດຂອງພະຍາດໂຄວິດ-19 ຈະຜ່ອນຄາຍລົງ.