ອັບເດດຜົນງານໃນການໂຄຈອນມາພົບກັນຂອງ 3ໜຸ່ມສຽງດີ

193

ພາມາອັບເດດຜົນງານ ເພງໃໝ່ຂອງສາມໝຸ່ມຫຼໍ່ ແຖມມີດີກີເປັນນັກຮ້ອງຄົນດັງຂອງວົງການເພງລາວເຮົາ ໃນການໂຄຈອນມາພົບກັນຄັ້ງນີ້ຂອງ 3ໜຸ່ມ ເຈ້ຍ ປາຊີຟິກ ເປັນທັງນັກຮ້ອງ ນັກສະແດງ ແລະ ຜູ້ກໍາກັບ, ໜຸ່ມຕ່າຍ ອາກາດ ນັກຮ້ອງຄົນດັງຂອງລາວທີ່ບໍ່ວ່າຈະປ່ອຍຜົນງານເພງໃດອອກມາກໍກິນໃຈ ຕິດຫູຄົນຟັງທຸກບົດເພງເລີຍ  ແລະ ບິກໃຫຍ່ ສີຫາລາດ ຢູ່ທູບເບີຄົນດັງ  ເຊິ່ງໄດ້ຜັນຕົວມາເປັນນັກຮ້ອງ ແລະ ແຕ່ລະບົດເພງທີ່ປ່ອຍອອກມານັ້ນກໍມີຍອດທະລຸຫຼັກລ້ານວີວເລີຍ.

ເຊິ່ງວ່າທັງສາມຄົນນີ້ ຈະໄດ້ມາຮ່ວມງານກັນ ໃນການອອກຜົນງານເພງໃໝ່, ລ່າສຸດຕອນນີ້ແມ່ນ ໄດ້ຖ່າຍທໍາເອັມວີເປັນທີ່ຮຽບຮ້ອຍແລ້ວ ແລະ ຜົນງານເພງນີ້ຈະອອກມາເປັນແບບໃດ ເນື້ອເພງປະມານໃດ ແຟນໆຕ້ອງຖ້າລຸ້ນ ແລະ ຕິດຕາມໄປພ້ອມກັນ.

ເຊື່ອວ່າຫຼາຍຄົນກໍເປັນທີ່ຮູ້ຈັກກັນດີແລ້ວ ກັບທັງສາມໜຸ່ມທີ່ໄດ້ສ້າງສັນຜົນງານເພງທີ່ ຜ່ານຫູຜ່ານຕາ ແລະ ເປັນຜົນງານຄຸນນະພາບ ອອກມາໃຫ້ປະດັບສີສັນຂອງວົງການບັນເທີງລາວຢ່າງຫຼາກຫຼາຍ ມາໂດຍຕະຫຼອດ ຊື່ງວ່າຜົນງານໃໝ່ຫຼ້າສຸດນີ້ ກໍຕ້ອງເປັນຜົນງານທີ່ມີຄຸນນະພາບຢ່າງເຕັມລົ້ນແນ່ນອນ ເພາະເບິ່ງຈາກຜົນງານຜ່ານມາຂອງທັງສາມຄົນນັ້ນແມ່ນໄດ້ກະລັນຕີ ເຖິງຄຸນນະພາບໄວ້ເປັນທີ່ຮຽບຮ້ອຍແລ້ວ.

ຈະມ່ວນ, ມັນ ຫຼື ຊຶ້ງກິນໃຈຂະໜາດໃດທຸກຄົນຕ້ອງຄອຍຖ້າຕິດຕາມຮັບຊົມພ້ອມກັນໃນໄວໆນີ້.

ພາບ: Poumsana Sirivongsa,

TAIY AKARD

Syhalath Sithisarn