ຕົວເລກຕ່ຳສຸດໃນຮອບຫຼາຍເດືອນ ຜູ້ຕິດເຊື້ອໃໝ່ພຽງ 340 ຄົນ

110

ການລະບາດຂອງພະຍາດໂຄວິດ-19 ຕອນເກີດໃໝ່ໆ ໃຜກໍຕົກໃຈຄົນສອງຄົນກໍ່ຕົກໃຈ, ວັນເວລາຜ່ານມາ ກໍ່ເພີ່ມຂຶ້ນໃນແຕ່ລະວັນຈາກ 1,2,3 ແລະຮອດ 4 ຕົວເລກ ທຸກຄົນຢູ່ແບບລະມັດລະວັງ ແລະບໍ່ສະບາຍໃຈຈົນຮອດມື້ນີ້ ຈິ່ງໄດ້ເຫັນຕົວເລກ 340 ຄົນເປັນ ຖືວ່າຕິດເຊື້ອໜ້ອຍສຸດໃນຮອບຫຼາຍເດືອນຜ່ານມາ.

ຕາມລາຍງານຂອງຄະນະສະເພາະກິດ ໃນວັນທີ 23 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.336 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 340 ຄົນ (ຕິດເຊື້ອພາຍໃນ 331 ຄົນ ແລະ ນໍາເຂົ້າ 09 ຄົນ).

ການຕິດເຊືື້ອພາຍໃນໃໝ່ ທັງໝົດ 331 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໃນນັ້ນຫຼາຍສຸດແມ່ນແຂວງບໍລິຄຳໄຊ 74 ຄົນ, ນະຄອນຫຼວງ 68 ຄົນ, ຊຽງຂວາງ 28 ຄົນ ແຂວງວຽງຈັນ 24 ຄົນ, ອັດຕະປື 20 ຄົນ, ຫົວພັນ 17 ຄົນ, ຄຳມ່ວນ 15 ຄົນ, ຜົ້ງສາລີ 14 ຄົນ, ໄຊຍະບູລີ 13 ຄົນ, ເຊກອງ 10 ຄົນ ສາລະວັນ ແລະ ໄຊສົມບູນແຂວງລະ 9 ຄົນ, ຈຳປາສັກ 8 ຄົນ, ສະຫວັນນະເຂດ, ອຸດົມໄຊແຂວງລະ 6 ຄົນ ບໍ່ແກ້ວ 5 ຄົນ ຫຼວງພະບາງ 3 ຄົນ ແລະແຂວງຫຼວງນ້ຳທາ 2 ຄົນ.

ສໍາລັບການຕິດເຊື້ອນໍາເຂົ້າ ມີ 9 ຄົນ ທັງໝົດຈາກ ນະຄອນຫຼວງ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ສັງລວມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 130.293 ກໍລະນີ, ອອກໂຮງໝໍວານນີ້ 446 ຄົນ ແລະ ເສຍຊີວິດສະສົມທັງໝົດ 527 ຄົນ (ເສຍຊີວິດໃໝ່ 01 ຄົນ).