ແຈ້ງຢຸດຕິ! ການອອກອະນຸຍາດເຄື່ອນຍ້າຍຖ່ານດໍາໄປຕ່າງປະເທດ ພ້ອມກວດຄືນໂຮງງານແລະ ເຕົາເຜົາ

218

ໃນວັນທີ 17 ມັງກອນ 2022 ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການ ສະບັບເລກທີ 0117 ເຖິງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນໃຫ້ຢຸດຕິ ການອອກອະນຸຍາດ ເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກຕ່າງປະເທດ.
ອີງຕາມ ກົດໝາຍວ່າດ້ວຍປ່າໄມ້, ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019; ອີງໃສ່ຄໍາສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016ແລະ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ, ສະບັບເລກທີ 0851/ອຄ, ລົງວັນ ທີ 14 ກັນຍາ 2021.

ກະຊວງກະສິກໍາ ແລະ ປ່າໄມ້ ຂໍແຈ້ງໃຫ້ຊາບວ່າ: ໃນໄລຍະຜ່ານມາ, ມີຫຼາຍທ້ອງຖິ່ນ ໄດ້ອອກອະນຸຍາດເຄື່ອນຍ້າຍຖ່ານດໍາ ຊຶ່ງອ້າງວ່າ ແມ່ນຖ່ານດໍາທີ່ຜະລິດຈາກໄມ້ປູກ ເປັນຂະບວນການ ແລະ ມີຈຳນວນຫຼວງຫຼາຍ ເພື່ອສົ່ງອອກໄປຕ່າງປະເທດ ໂດຍຜ່ານຈຸດຕ່າງໆ ເຊັ່ນ: ສະຖານີລົດໄຟ, ດ່ານສາກົນ ແລະ ດ່ານປະເພນີ ອື່ນໆ.

ຜ່ານການກວດກາຕົວຈິງ ເຫັນວ່າ ມີການສວຍໂອກາດ ເກັບຊື້ຖ່ານດໍາທີ່ຜະລິດຈາກໄມ້ທໍາມະຊາດ, ຈາກເຕົາເຜົາຖ່ານ ທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງປະປົນໄປນໍາ ເປັນຈຳນວນຫຼວງຫຼາຍ ຊຶ່ງເປັນການທໍາລາຍປ່າໄມ້ທຳມະຊາດຢ່າງໜັກໜ່ວງ ແລະ ເປັນການລະເມີດ ກົດໝາຍວ່າດ້ວຍປ່າໄມ້ ແລະນິຕິກຳກ່ຽວຂ້ອງອື່ນໆ ສະນັ້ນ, ເພື່ອເປັນການແກ້ໄຂ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນ ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງແຈ້ງມາຍັງທ່ານປະຕິບັດດັ່ງນີ້:

1). ໃຫ້ຢຸດຕິ ການອອກອະນຸຍາດ ເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກໄປຕ່າງປະເທດ ຢ່າງເດັດຂາດ; 2). ໃຫ້ດໍາເນີນການກວດກາ ແລະ ຂຶ້ນບັນຊີ ໂຮງງານຜະລິດຖ່ານ, ເຕົາເຜົາຖ່ານ ໃນຂອບເຂດແຂວງຂອງຕົນ. ຖ້າມີການອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການ ແຕ່ບໍ່ມີແຫຼ່ງທີ່ມາຂອງວັດຖຸດິບທີ່ຈະແຈ້ງ ແລະ ຖືກຕ້ອງຕາມລະບຽບກົດໝາຍ ແມ່ນໃຫ້ໂຈະການຜະລິ.
ສໍາລັບ ໂຮງງານຜະລິດຖ່ານ, ເຕົາເຜົາຖ່ານ ທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການ ແມ່ນໃຫ້ຍຸບເລີກ ພ້ອມທັງດໍາເນີນຄະດີ ຕາມກົດໝາຍ;

3). ສໍາລັບ ຖ່ານຂາວທີ່ຜະລິດຈາກໄມ້ຕີ້ວ, ຖ່ານອັດແທ່ງ ຫຼື ອັດເມັດຈາກຂີ້ເລື່ອຍ ແມ່ນສາມາດສົ່ງອອກໄດ້ ໂດຍປະຕິບັດໃຫ້ສອດຄ່ອງ ກັບ ຂໍ້ຕົກລົງ ສະບັບເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021 (ມາດຕາ 1 ເອກະສານຊ້ອນທ້າຍ II, ຂໍ້ທີ 2.1 ແລະ 2.2) ບົນພື້ນຖານ ວັດຖຸດິບ (ໄມ້) ທີ່ນໍາມາຜະລິດຖ່ານ ຕ້ອງໄດ້ຮັບອະນຸຍາດຕົວເລກແຜນການຂຸດຄົ້ນຈາກລັດຖະບານ. ພ້ອມດຽວກັນນັ້ນ, ຜູ້ປະກອບການ ຫຼື ບໍລິສັດທີ່ດໍາເນີນທຸລະກິດ ຜະລິດ ແລະ ສົ່ງອອກຖ່ານຂາວ ຕ້ອງໄດ້ຮັບອະນຸຍາດສ້າງຕັ້ງ, ຈົດທະບຽນຖືກຕ້ອງຕາມລະບຽບກົດໝາຍ ແລະ ຕ້ອງມີແຜນຊຸກຍູ້ ແລະ ສົ່ງເສີມການປູກໄມ້ຕີ້ວ ເພື່ອສະໜອງໃຫ້ແກ່ການຜະລິດຂອງຕົນຢ່າງຕໍ່ເນື່ອງ.ທັງໃຫ້ມີການຄຸ້ມຄອງແຫຼ່ງວັດຖຸດິບ ແລະ ການຄຸ້ມຄອງການສົ່ງອອກ ເພື່ອຫຼີກລ່ຽງບໍ່ໃຫ້ມີການສວຍໂອກາດດໍາເນີນວຽກງານດັ່ງກ່າວ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ທີ່ໄດ້ກໍານົດໄວ້;

4). ມອບໃຫ້ ກົມກວດກາປ່າໄມ້ ແລະ ກົມປ່າໄມ້ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ລົງຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເຂັ້ມງວດ.